ອັດກອງປະຊຸມສຸດຍອດກຸ່ມ G20 ຄັ້ງທີ 17 ອິນເດຍຮັບໜ້າທີ່ເປັນປະທານໝູນວຽນG20

2022-11-17 10:41:57 CRI

    ວັນທີ 16 ພະຈິກນີ້, ກອງປະຊຸມສຸດຍອດກຸ່ມ G20 ຄັ້ງທີ 17 ໄດ້ອັດລົງຢູ່ເກາະບາຫຼີຂອງອິນໂດເນເຊຍ, ອິນເດຍຮັບໜ້າທີ່ຕໍ່ຈາກອິນໂດເນເຊຍເປັນປະເທດປະທານໝູນວຽນຂອງກຸ່ມ G20.


 

    ກອງປະຊຸມສຸດຍອດເທື່ອນີ້ມີຫົວຂໍ້ວ່າ “ພ້ອມກັນຟື້ນຟູ,ຟື້ນຟູຢ່າງແຂງແຮງ”ແລະ ຖືພື້ນຖານໂຄງລ່າງສາທາລະນະສຸກໂລກ, ການປ່ຽນຮູບແບບດີຈີຕອນ ແລະ ການປ່ຽນເປັນພະລັງງານແບບຍືນຍົງເປັນ 3 ຫົວຂໍ້ທີ່ຫາລືກັນກ່ອນ.

 

    ກຸ່ມ G20 ສ້າງຕັ້ງຂຶ້ນໃນປີ 1999, ສະມາຊິກກຸ່ມລວມມີກຸ່ມເສດຖະກິດທີ່ພັດທະນແລ້ວ ແລະ ກຸ່ມເສດຖະກິດຕະຫຼາດຈະເລີນໃໝ່, ເສີມຂະຫຍາຍບົດບາດສຳຄັນເຂົ້າໃນວຽກງານຂອງໂລກ,ກາຍເປັນກົນໄກຫຼາຍຝ່າຍເພື່ອພ້ອມກັນຮັບມືກັບບັນຫາທົ່ວໂລກທີ່ມີປະສິດທິຜົນ.