ການຮ່ວມມືເຮັດໃຫ້ເສດຖະກິດດີຈີຕອນມີຄວາມເປັນຊີວິດຊີວາ

2022-11-17 19:55:27 CRI

 

    ການພັດທະນາໂລກແມ່ນປາສະຈາກເສດຖະກິດດີຈີຕອນບໍ່ໄດ້ ແລະເສດຖະກິດດີຈີຕອນກໍປາສະຈາກການຮ່ວມມືສາກົນບໍ່ໄດ້ເຊັ່ນດຽວກັນ.

 

    ໃນເວລາຈີນເປັນເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມ G20 ຢູ່ນະຄອນຫາງໂຈ່ວໃນປີ 2016, ຈີນໄດ້ຈັດເອົາເສດຖະກິດດີຈີຕອນເຂົ້າໃນວາລະຂອງກອງປະຊຸມສຸດຍອດກຸ່ມ G20 ເປັນຄັ້ງທໍາອິດ, ໂດຍໄດ້ນໍາໜ້າສ້າງ ແລະ ເຜີຍແຜ່ “ຂໍ້ລິເລີ່ມການພັດທະນາ ແລະ ການຮ່ວມມືເສດຖະກິດດີຈີຕອນຂອງກຸ່ມ G20” ເຊິ່ງເປັນເອກະສານນະໂຍບາຍກ່ຽວກັບເສດຖະກິດດີຈີຕອນທີ່ມີຜູ້ນຳຫຼາຍປະເທດຮ່ວມກັນລົງນາມສະບັບທໍາອິດໃນທົ່ວໂລກ.

 

    ຈີນສະເໜີຂໍ້ລິເລີ່ມການພັດທະນາໂລກ, ໃນນັ້ນ ເສດຖະກິດດີຈີຕອນຖືເປັນຂົງເຂດການຮ່ວມມືທີ່ສໍາຄັນ. ໃນຖານະເປັນເວທີອັນສໍາຄັນແຫ່ງການຮ່ວມມື ແລະການແລກປ່ຽນດ້ານເສດຖະກິດດີຈີຕອນຂອງທົ່ວໂລກ, ຈີນໄດ້ເປັນເຈົ້າພາບຈັດກອງປະຊຸມອິນເຕີເນັດໂລກເປັນເວລາ 9 ປີລຽນຕິດ.

 

    ວັນທີ 9 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຊີ້ໃຫ້ເຫັນໃນເວລາສົ່ງສານຊົມເຊີຍເຖິງ ກອງປະຊຸມສຸດຍອດອູເຈີ້ນຂອງກອງປະຊຸມອິນເຕີເນັດໂລກ 2022 ວ່າ: ເມື່ອປະເຊີນໜ້າກັບໂອກາດ ແລະ ສິ່ງທ້າທາຍຈາກການຫັນເປັນດີຈີຕອນ, ປະຊາຄົມໂລກຄວນເພີ່ມທະວີການສົນທະນາ ແລະ ແລກປ່ຽນກັນ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ.

 


    ວັນທີ 16 ພະຈິກ 2022 ນີ້, ໃນເວລາເປິກສາຫາລືກ່ຽວກັບບັນຫາການຫັນເປັນດີຈີຕອນໃນກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມ G20 , ທ່ານປະທານ ສີຈິ້ນຜິງ ໄດ້ມີຂໍ້ສະເໜີ 3 ຂໍ້ກ່ຽວກັບບັນຫາດັ່ງກ່າວ ຄື: ໜຶ່ງ, ຕ້ອງຍຶດໝັ້ນລັດທິຫຼາຍຝ່າຍ, ເພີ່ມທະວີການຮ່ວມມືສາກົນ; ສອງ, ຕ້ອງຍຶດໝັ້ນຖືການພັດທະນາເປັນບຸລິມະສິດ, ຫຼຸດຜ່ອນຊ່ອງຫວ່າງດ້ານດີຈີຕອນ; ສາມ, ຕ້ອງຍຶດໝັ້ນການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງ ເພື່ອປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດໂລກພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19.