ລົດໄຟຂົນສົ່ງສິນຄ້າສາກົນຈາກຕ໋າໂຈ່ວຮອດວຽງຈັນຂອງທາງລົດໄຟຈີນ-ລາວເລີ່ມແລ່ນລົດແລ້ວ

2022-11-17 10:49:41 CRI

     ວັນທີ 16 ພະຈິກນີ້, ລົດໄຟຂົນສົ່ງສິນຄ້າສາກົນຈາກນະຄອນຕ໋າໂຈ່ວ ແຂວງເສສວນຈີນ ຮອດ ນະຄອນຫຼວງວຽງຈັນລາວທີ່ມີຕູ້ຄອນເທັນເນີມາດຕະຖານ 18 ຕູ້ໄດ້ເລີ່ມແລ່ນລົດຈາກສະຖານີສິນຄ້າຂະບວນລົດສາກົນເວີງຟູນະຄອນຕ໋າໂຈ່ວ ແຂວງເສສວນຂອງຈີນ, ຜ່ານນະຄອນຈຸ່ງກິ່ງ ແລະ ແຂວງຢູນນານ, ໃຊ້ເວລາ 3-4 ມື້ກໍ່ຈະເດີນທາງຮອດນະຄອນຫຼວງວຽງຈັນ. ລົດໄຟຂະບວນນີ້ຕົ້ນຕໍແມ່ນຂົນສົ່ງວັດສະດຸຸໃໝ່, ຜະລິດຕະພັນເອເລັກໂຕຣນິກ ແລະ ຝຸ່ນເຄມີ, ສິນຄ້າຕົ້ນຕໍມາຈາກນະຄອນຕ໋າໂຈ່ວ ແຂວງເສສວນ ພ້ອມທັງນະຄອນວ້ານໂຈ່ວ ແລະ ນະຄອນຂ່າຍໂຈ່ວຂອງນະຄອນຈຸ່ງກິ່ງ.



     ກ່ອນແລ່ນລົດຂົນສົ່ງສິນຄ້າຈາກຕ໋າໂຈ່ວຮອດວຽງຈັນຂອງທາງລົດໄຟຈີນ-ລາວ, ສິນຄ້າຂອງພາກຕາເວັນອອກແຂວງເສສວນແລະນະຄອນຈຸ່ງກິ່ງຂົນສົ່ງຮອດລາວຕ້ອງຜ່ານທາງລົດໄຟ ທາງແມ່ນ້ຳ ແລະ ທາງທະເລ ລວມແລ້ວໃຊເວລາ້ປະມານ 30 ມື້, ເປັນເວລາດົນຫຼາຍ. ພາຍຫຼັງລົດໄຟຂົນສົ່ງສິນຄ້າສາກົນຈາກຕ໋າໂຈ່ວຮອດວຽງຈັນແລ່ນລົດ ແລ້ວຈະຍົກສູງປະສິດທິພາບການຂົນສົ່ງຂອງວິສາຫະກິິດຂາເຂົ້າຂາອອກຂອງພາກຕາເວັນອອກແຂວງເສສວນແລະນະຄອນຈຸ່ງກິ່ງຢ່າງຫຼວງຫຼາຍ ພ້ອທັງ ຫຼຸດຜ່ອນຕົ້ນທຶນການຈໍລະຈອນສິນຄ້າອຕື່ມອີກ.