ການທົດລອງແລ່ນລົດຕາມທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ຈີນກັບອິນໂດເນເຊຍຮ່ວມມືກໍ່ສ້າງໄດ້ຮັບຜົນສຳເລັດ

2022-11-17 10:55:53 CRI


    ວັນທີ 16 ພະຈິກນີ້,ລົດໄຟຂະບວນກວດກາວັດແທກສັງລວມຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ຈີນຄົ້ນຄວ້າຜະລິດໄດ້ດຳເນີນການກວດກາວັດແທກຢ່າງຮອບດ້ານ ໂດຍໄດ້ຮັບຕົວເລກຄາດໝາຍທີ່ດີງາມ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ການທົດລອງແລ່ນລົດຕາມທາງລົດໄຟຄວາມໄວສູງທີ່ຈີນ ກັບ ອິນໂດເນເຊຍຮ່ວມມືກໍ່ສ້າງໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ.