ທ່ານນາງເພີງລີ້ຢວນພົບປະກັບທ່ານນາງອີເຣຍນາ ໂຈໂກວີໂດໂດ ພັນລະຍາປະທານາທິບໍດີອິນໂດເນເຊຍ

2022-11-17 10:32:20 cri





   ວັນທີ16ພະຈິກນີ້, ທ່ານນາງເພີງລີ້ຢວນ ພັນລະຍາປະທານປະເທດຈີນໄດ້ພົບປະກັບທ່ານນາງອີເຣຍນາ ໂຈໂກວີໂດໂດ ພັນລະຍາປະທານາທິບໍດີອິນໂດເນເຊຍຢູ່ເກາະບາຫຼີປະເທດອິນໂດເນເຊຍ.


   ທ່ານນາງເພີງລີ້ຢວນແລະທ່ານນາງອີເຣຍນາໄດ້ຮ່ວມກັນດື່ມນ້ຳຊາ,ລົມເລື່ອງປະຈຳວັນ ແລະຟັງດົນຕີ. ທ່ານນາງເພີງລີ້ຢວນຍ້ອງຍໍທ່ານນາງອີເຣຍນາສົນໃຈເລື່ອງສາທາລະນະປະໂຫຍດ, ພ້ອມທັງໄດ້ແນະນຳນະໂຍບາຍອັນຕັ້ງໜ້າແລະຜົນງານຂອງຈີນທີ່ໄດ້ຮັບໃນການປິ່ນປົວແລະປ້ອງກັນວັນນະໂຣກແລະພະຍາດເອດສ,ຫວັງວ່າສອງປະເທດຈະເພີ່ມທະວີການແລກປ່ຽນກັນໃນຂົງເຂດສາທາລະນະປະໂຫຍດ,ພ້ອມກັນເພີ່ມຕື່ມຄວາມຜາສຸກຂອງປະຊາຊົນ.