ທະນາຄານກາງຟິລິບປິນປະກາດເພີ່ມດອກເບ້ຍ 75 ຈຸດ

2022-11-18 10:55:28 CRI


     ວັນທີ 17 ພະຈິກນີ້, ທະນາຄານກາງຟິລິບປິນປະກາດເພີ່ມດອກເບ້ຍ 75ຈຸດ ເພື່ອຮັບມືກັບໄພເງິນເຟີ້ອັນຮ້າຍແຮງໃນຫວ່າງມໍ່ໆມານີ້ ແລະ ທະນາຄານກາງອາເມລິກາ ຫຼື FED ເພີ່ມດອກເບ້ຍເຮັດໃຫ້ເງິນເປໂຊຟິລິບປິນອ່ອນຄ່າລົງ.

 

     ອີງຕາມຕົວເລກຈາກອົງການສະຖິຕິແຫ່ງຊາດຟິລິບປິນສະແດງໃຫ້ເຫັນວ່າ, ອັດຕາເງິນເຟີ້ຢູ່ຟິລິບປິນໃນເດືອນຕຸລາປີນີ້ສູງເຖິງ 7,7%, ເຊິ່ງແມ່ນລະດັບສູງສຸດໃນຮອບ 14 ປີຜ່ານມາ.