ການສຸມໃສ່ຫົວຂໍ້ການພັດທະນາສ່ອງແສງໃຫ້ເຫັນເຖິງຄວາມຕ້ອງການຢ່າງຮີບດ່ວນຂອງປະຊາຄົມໂລກກໍຄືຄວາມປາຖະໜາຮ່ວມກັນຂອງປະຊາຊົນປະເທດຕ່າງໆ

2022-11-18 15:19:51 CRI

 

    ໃນຮອບຫຼາຍມື້ຜ່ານມານີ້, ກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມ G20 ໄດ້ຈັດຂຶ້ນຢູ່ເກາະບາຫຼີ ປະເທດອິນໂດເນເຊຍ ເຊິ່ງໄດ້ດຶງດູດຄວາມສົນໃຈຢ່າງໃກ້ຊິດຈາກປະຊາຄົມໂລກ.

 

    ຕອນເຊົ້າວັນທີ 15 ພະຈິກ 2022, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄໍາປາໄສພາຍໃຕ້ຫົວຂໍ້ “ຮ່ວມກັນຮັບມືກັບສິ່ງທ້າທາຍຂອງຍຸກສະໄໝ ຮ່ວມກັນສ້າງອະນາຄົດທີ່ດີງາມ” ເຊິ່ງຄໍາວ່າ “ການພັດທະນາ” ໄດ້ປາກົດອອກເຖິງ 40 ຄັ້ງໃນຄໍາປາໄສດັ່ງກ່າວ. ໃນເວລາກ່າວຄໍາປາໄສ, ທ່ານປະທານ ສີຈິ້ນຜິງ ໄດ້ມີຂໍ້ສະເໜີອັນສໍາຄັນໂດຍປິ່ນອ້ອມ“ການພັດທະນາໂລກ” ເປັນຕົ້ນແມ່ນ: “ພວກເຮົາຕ້ອງຊຸກຍູ້ການພັດທະນາໂລກທີ່ມີລັກສະນະກວມລວມກວ່າເກົ່າ”, “ຕ້ອງຊຸກຍູ້ການພັດທະນາໂລກທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງກວ່າເກົ່າ”, “ຕ້ອງຊຸກຍູ້ການພັດທະນາໂລກທີ່ມີລັກສະນະໜຽວແໜ້ນກວ່າເກົ່າ” ແລະອື່ນໆ.

 

    ຍ້ອນເຫດໃດຈຶ່ງສຸມໃສ່ “ການພັດທະນາ”? ຖ້າເບິ່ງຈາກສະພາບການຂອງໂລກແລ້ວ, ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ມີການເໜັງຕີງເລື້ອຍໆ, ເຮັດໃຫ້ຄວາມບອບບາງຂອງເສດຖະກິດໂລກຍິ່ງພົ້ນເດັ່ນຂຶ້ນ, ພ້ອມດຽວກັນນີ້, ສະຖານະການດ້ານການເມືອງພາກພື້ນມີຄວາມເຄັ່ງຕຶງ, ການບໍລິຫານໂລກບໍ່ພຽງພໍ, ບວກກັບ ວິກິດການດ້ານສະບຽງອາຫານແລະພະລັງງານກໍຄືວິກິດການດ້ານອື່ນໆທັບຊ້ອນກັນ, ເຮັດໃຫ້ການພັດທະນາຂອງມວນມະນຸດປະເຊີນໜ້າກັບສິ່ງທ້າທາຍຢ່າງໜັກໜ່ວງ. ການພັດທະນາທີ່ມີລັກສະນະ “ກວມລວມກວ່າເກົ່າ”, “ໃຫ້ຜົນປະໂຫຍດຢ່າງທົ່ວເຖິງກວ່າເກົ່າ” ແລະ “ໜຽວແໜ້ນກວ່າເກົ່າ” ແມ່ນໄດ້ແນ່ໃສ່ບັນຫາພົ້ນເດັ່ນ ແລະ ຮີບດ່ວນທີ່ການພັດທະນາໂລກພວມປະເຊີນຢູ່ ແລະໄດ້ສ່ອງແສງໃຫ້ເຫັນເຖິງທິດທາງໃນການແກ້ໄຂບັນຫາຢ່າງເດັ່ນຊັດ.

 

    ຖ້າເບິ່ງຈາກກອງປະຊຸມສຸດຍອດກຸ່ມ G20, ມັນເປັນເວທີເປິກສາຫາລືຕົ້ນຕໍແຫ່ງການຮ່ວມມືດ້ານເສດຖະກິດສາກົນ ໂດຍໄດ້ເຕົ້າໂຮມບັນດາປະເທດທີ່ພັດທະນາແລ້ວແລະກຸ່ມເສດຖະກິດຈະເລີນໃໝ່ທີ່ສຳຄັນໃນໂລກ, ຍ້ອນເຫດນີ້, ການສຸມໃສ່ “ການພັດທະນາ” ຈຶ່ງເປັນພາລະໜ້າທີ່ຂອງກຸ່ມ G20. ປີ 2016, ໃນກອງປະຊຸມສຸດຍອດກຸ່ມ G20 ທີ່ຈັດຂຶ້ນຢູ່ນະຄອນຫາງໂຈ່ວ ຂອງ ຈີນ, ໄດ້ຈັດເອົາການພັດທະນາເປັນບັນຫາພົ້ນເດັ່ນພາຍໃຕ້ຂອບນະໂຍບາຍມະຫາພາກຂອງທົ່ວໂລກເປັນຄັ້ງທໍາອິດ. ປີກາຍນີ້, ທ່ານປະທານ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມການພັດທະນາໂລກ ແລະໄດ້ໃຫ້ການອະທິບາຍເປັນພິເສດໃນກອງປະຊຸມສຸດຍອດກຸ່ມ G20 ທີ່ຈັດຂຶ້ນຢູ່ນະຄອນຫຼວງໂຣມ ປະເທດອີຕາລີ. ມາຮອດປີນີ້, ທ່ານປະທານ ສີຈິ້ນຜິງ ໄດ້ກ່າວຄໍາປາໄສທີ່ສຸມໃສ່ຫົວຂໍ້ການພັດທະນາໃນກອງປະຊຸມສຸດຍອດກຸ່ມ G20 ທີ່ເກາະບາຫຼີ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ ກໍຄືຄວາມປາຖະໜາຮ່ວມກັນຂອງປະຊາຊົນປະເທດຕ່າງໆຢູ່ໃນໂລກ, ພ້ອມດຽວກັນນີ້, ຍັງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຝ່າຍຈີນໃນການຫ່ວງໃຍເຖິງຊາຕາກຳທົ່ວໂລກ ແລະນໍາພາທິດທາງທີ່ຖືກຕ້ອງແຫ່ງການຮ່ວມມືຂອງທົ່ວໂລກຕື່ມອີກ.