ທ່ານສີຈິ້ນພິງພົບປະກັບທ່ານມາໂຄສ ປະທານາທິບໍດີຟິລິບປິນ

2022-11-18 11:21:23 cri


   ວັນທີ17ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານເຟິດີນານ ໂຣມົວເດັດ ມາໂຄສ ປະທານາທິບໍດີຟິລິບປິນຢູ່ນະຄອນຫຼວງບາງກອກຂອງໄທ.


   ທ່ານສີຈິ້ນຜິງກ່າວເນັ້ນວ່າ:ສອງຝ່າຍຕ້ອງສືບຕໍ່ລົງເລິກຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ເຊື່ອມໂຍງເຂົ້າກັບແຜນການ “ສ້າງສາໃຫ້ຫຼາຍແລະສ້າງສາໃຫ້ດີ”ຂອງຟິລິບປິນ. ກ່ຽວກັບບັນຫາທະເລຈີນໃຕ້,ສອງຝ່າຍຕ້ອງຍຶດໝັ້ນເປິກສາຫາລືກັນຢ່າງມີໄມຕີຈິດ,ແກ້ໄຂຄວາມຂັດແຍ້ງແລະໂຕ້ຖຽງກັນຢ່າງເໝາະສົມ.ຈີນແລະຟິລິບປິນແມ່ນປະເທດພວມພັດທະນາໃນອາຊີ,ສອງຝ່າຍຕ້ອງຮ່ວມກັນຕໍ່ຕ້ານລັດທິຝ່າຍດ່ຽວແລະການກະທຳຂົ່ມເຫັງ,ພ້ອມກັນປົກປັກຮັກສາຄວາມທ່ຽງທຳແລະຄວາມເປັນທຳ,ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ.


   ທ່ານມາໂຄສກ່າວວ່າ:ຂ້າພະເຈົ້າມີເຈດຈຳນົງມາໂດຍຕະຫຼອດວ່າບໍ່ຄວນຖືວ່າບັນຫາທາງ ທະເລເປັນພາກສ່ວນທັງໝົດຂອງການພົວພັນຟລິບປິນ-ຈີນ. ຟິລິບປິນຈະສືບຕໍ່ຍຶດໝັ້ນນະໂຍບາຍປະເທດຈີນດຽວ,ຍຶດໝັ້ນຫຼັກການສັນຕິພາບ,ຍຶດໝັ້ນນະໂຍບາຍການຕ່າງປະເທດທີ່ເປັນເອກະລາດແລະເປັນເຈົ້າຕົນເອງ,ບໍ່ເລືອກຝ່າຍ. ຟິລິບປິນຍິນດີເປິກສາຫາລືກັບຈີນຢ່າງຕັ້ງໜ້າ ເພື່ອຊອກຄົ້ນຊຸກຍູ້ການຮ່ວມກັນບຸກເບີກອາຍແກັດແລະນ້ຳມັນເຊື້ອໄຟທາງທະເລ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ