ຈີນປະກອບສ່ວນເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງຢ່າງບໍ່ຢຸດຢັ້ງ

2022-11-18 15:55:26 CRI

ຕອນຄ່ຳວັນທີ 16 ພະຈິກ 2022 ນີ້, ຢູ່ສະຖານທີ່ຈັດກອງປະຊຸມສຸດຍອດກຸ່ມ G20 ທີ່ເກາະບາຫຼີ ປະເທດອິນໂດເນເຊຍ, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ໄດ້ອອກຄຳສັ່ງຮ່ວມກັນ ໂດຍປະກາດເລີ່ມທົດລອງແລ່ນລົດຕາມທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ. ການທົດລອງແລ່ນລົດເທື່ອນີ້ແມ່ນໄດ້ດຳເນີນໄປດ້ວຍດັດຊະນີ ແລະຕົວເລກຕ່າງໆທີ່ດີ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການທົດລອງແລ່ນລົດເປັນຄັ້ງທຳອິດຕາມທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ຈີນກັບອິນໂດເນເຊຍຮ່ວມມືກໍ່ສ້າງນັ້ນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ຕາມຂ່າວແຈ້ງວ່າ: ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງເປັນທາງລົດໄຟຄວາມໄວສູງສາຍທຳອິດຂອງອິນໂດເນເຊຍ ກໍຄືຂອງອາຊີຕາເວັນອອກສຽງໃຕ້, ເຊື່ອມຕໍ່ນະຄອນຫຼວງຈາກາຕາກັບນະຄອນບັນດຸງທີ່ເປັນຕົວເມືອງທີ່ມີຊື່ສຽງດ້ານການທ່ອງທ່ຽວຂອງອິນໂດເນເຊຍ. ຍາວທັງໝົດ 142 ກິໂລແມັດ, ຄວາມໄວສູງສຸດບັນລຸເຖິງ 350 ກິໂລແມັດຕໍ່ຊົ່ວໂມງ, ເປັນໂຄງການທີ່ເປັນຂີດໝາຍສຳຄັນໃນການຮ່ວມກັນກໍ່ສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ລະຫວ່າງຈີນກັບອິນໂດເນເຊຍ.

ເມື່ອປະມານໜຶ່ງປີກ່ອນ ກໍຄືຕອນບ່າຍຂອງວັນທີ 3 ທັນວາ ປີ 2021 ຜ່ານມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ແລະທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ທາງລົດໄຟລາວ-ຈີນຮ່ວມກັນຜ່ານທາງວິດີໂອ. ມາຮອດວັນທີ 15 ພະຈິກ 2022 ນີ້, ປະລິມານການຂົນສົ່ງສິນຄ້າຂ້າມຊາດຕາມ ທາງລົດໄຟລາວ-ຈີນໄດ້ບັນລຸຫຼາຍກວ່າ 2 ລ້ານໂຕນ. ປັດຈຸບັນ, ຢູ່ຈີນມີ 25 ແຂວງ, ເຂດປົກຄອງຕົນເອງ ແລະກຳແພງນະຄອນ ໄດ້ເປີດນຳໃຊ້ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນຕາມທາງລົດໄຟລາວ-ຈີນແລ້ວ, ການຂົນສົ່ງສິນຄ້າຂ້າມຊາຍແດນຕາມທາງລົດໄຟລາວ-ຈີນ ໄດ້ປົກຄຸມຫຼາຍປະເທດ ແລະເຂດ

ແຄວ້ນ ເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະອື່ນໆ, ປະເພດສິນຄ້າໄດ້ເພີ່ມຂຶ້ນຈາກ 100 ກວ່າຊະນິດໃນໄລຍະເບື້ອງຕົ້ນຂອງການເປີດນຳໃຊ້ ມາເປັນ 1200 ກວ່າຊະນິດໃນປັດຈຸບັນ ເຊັ່ນ: ເຄື່ອງເອເລັກໂຕຣນິກ, ອຸປະກອນການຜະລິດໄຟຟ້າດ້ວຍແສງຕາເວັນ, ການຂົນສົ່ງໝາກໄມ້ແຊ່ເຢັນ ແລະອື່ນໆ.


ຫຼາຍປີມານີ້, ຈັງຫວະ “ການອອກໄປສູ່ພາຍນອກ” ຂອງທາງລົດໄຟຈີນ ນັບມື້ນັບໄວຂຶ້ນ ໂດຍໄດ້ໄປສູ່ອາຊີ, ເອີຣົບ, ອາເມຣິກາເໜືອ ແລະອາຟຣິກາ, ໄດ້ກາຍເປັນສັນຍະລັກຂອງການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການຮ່ວມມືສາກົນດ້ານຄວາມສາມາດການຜະລິດ, ທັງເປັນການປະກອບສ່ວນດ້ານກຳລັງຂອງຈີນເຂົ້າໃນພາລະກິດພັດທະນາຂອງທົ່ວໂລກ. ພາຍຫຼັງຂໍ້ລິເລີ່ມ “ໜຶ່ງ


ແລວໜຶ່ງເສັ້ນທາງ” ໄດ້ສະເໜີອອກມາເປັນເວລາ 9 ປີມານີ້, ຈີນໄດ້ຮ່ວມມືກັບຫຼາຍປະເທດໃນການສ້າງທາງລົດໄຟຕ່າງໆ ເຊັ່ນ: ທາງລົດໄຟມົມບາຊາ-ເນໂຣບີ, ທາງລົດໄຟລາວ-ຈີນ, ທາງລົດໄຟຮົງກາຣີ-ແຊັກບີ, ທາງລົດໄຟຄວາມໄວສຸງຈາກາຕາ-ບັນດຸງ ເຊິ່ງບໍ່ພຽງແຕ່ໄດ້ນຳເອົາຜະລິດຕະພັນ, ເຕັກໂນໂລຊີ ແລະການບໍລິການຂອງຈີນໄປສູ່ປະເທດດັ່ງກ່າວ ແລະສ້າງໂອກາດການພັດທະນາໃຫ້ກັບປະເທດທີ່ກ່ຽວຂ້ອງເທົ່ານັ້ນ, ຫາກຍັງໄດ້ສົ່ງເສີມມິດຕະພາບລະຫວ່າງຈີນກັບປະເທດທີ່ກ່ຽວຂ້ອງອີກດ້ວຍ.

    ຈີນໄດ້ຮັບຜົນສຳເລັດທີ່ປະຈັກຕາດັ່ງກ່າວ ຕົ້ນຕໍແມ່ນຍ້ອນການປະດິດສ້າງໃໝ່ ແລະການພັດທະນາຂອງຕົນໃນດ້ານທາງລົດໄຟ. ມາຮອດທ້າຍປີ 2021, ທາງລົດໄຟຄວາມໄວສູງທີ່ເປີດບໍລິການແລ່ນລົດຂອງຈີນມີຄວາມຍາວເຖິງ 40.000 ກວ່າກິໂລແມັດ ເຊິ່ງໄດ້ກວມເອົາ 2/3 ຂອງເສັ້ນທາງລົດໄຟຄວາມໄວສູງໃນທົ່ວໂລກ; ມີສິດທິບັດເປັນຂອງຕົນ  946 ລາຍການ ແລະໄດ້ເປີດເຜີຍມາດຕະຖານເຕັກນິກທາງລົດໄຟຈີນສະບັບພາສາຕ່າງປະເທດ 150 ກວ່າລາຍການ; ເຕັກນິກທາງລົດໄຟຂອງຈີນໃນດ້ານຄວາມໄວສູງ, ຢູ່ເຂດພູພຽງ, ຢູ່ເຂດໜາວຈັດ ແລະ ທາງລົດໄຟບັນທຸກວັດຖຸໜັກ ໄດ້ຢູ່ໃນອັນດັບແຖວໜ້າຂອງໂລກ.