CMG ກັບ ກອງປະຊາສຳພັນຂອງໄທກ້າວເຖິງຂັ້ນເຊັນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມື

2022-11-18 16:10:43 CRI

 

   ເນື່ອງໃນໂອກາດທີ່ທ່ານສີຈີ້ນຜິງ ປະທານປະເທດຈີນເດີນທາງໄປປະເທດໄທເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດຂອງອົງການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ ຫຼື ເອເປັກຄັ້ງທີ 29 ແລະ ຢ້ຽມຢາມໄທ, ທ່ານເຊີ້ນໄຫຊົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ກັບ ທ່ານອະນຸຊາ ນາຄາໃສ ລັດຖະມົນຕີປະຈຳທຳນຽບນາຍົກລັດຖະມົນຕີໄທໄດ້ກ້າວເຖິງຂັ້ນຕົກລົງເຊັນ ‍‍‍‍“ບົດບັດທຶກຄວາມເຂົ້າໃຈດ້ານການຮ່ວມມືຂອງສື່ມວນຊົນລະຫວ່າງວິທະຍຸໂທລະພາບສູນກາງຈີນ ກັບ ກົມປະຊາສຳພັນຂອງໄທ”.


    ນີ້ແມ່ນຜົນງານຫຼ້າສຸດທີ່ CMG ກັບ ກົມປະຊາສຳພັນຂອງໄທເພີ່ມທະວີການຮ່ວມມືກັນພາຍໃຕ້ການຊັກນຳທາງຍຸດທະສາດຂອງຜູ້ນຳສອງປະເທດ.