ກະຊວງການຕ່າງປະເທດໄທ:ຄອງຄອຍໄທກັບຈີນສືບຕໍ່ລົງເລິກການຮ່ວມມື

2022-11-18 11:12:09 CRI

 

      ກອງປະຊຸມຜູ້ນຳເສດຖະກິດຂອງອົງການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກຫຼື ເອເປັກຄັ້ງທີ 29 ຈັດຂຶ້ນຢູ່ໄທ. ທ່ານທານີ ແສງຣັດ ໂຄສົກກະຊວງການຕ່າງປະເທດໄທກ່າວວ່າ: ໃນຖານະເປັນເຈົ້າພາບຈັດກອງປະຊຸມຜູ້ນເສດຖະກິດຂອງອົງການເອເປັກເທື່ອນີ້, ໄທເອົາໃຈໃສ່ນຳທ່ານສີຈີ້ນຜິງເຂົ້າຮ່ວມກອງປະຊຸມໃນລະດັບສູງ. ການຮ່ວມມືລະຫວ່າງຈີນ ກັບ ໄທມີຄວາມໝາຍສຳຄັນຫຼາຍ, ບໍ່ພຽງແຕ່ສຳລັບໄທ, ຍັງມີຜົນສະທ້ອນອັນເລິກເຊິ່ງຕໍ່ປະເທດຕ່າງໆຢູ່ອາຊີຕາເວັນອອກສຽງໃຕ້ນຳອີກ. ສອງປະເທດໄທ-ຈີນບໍ່ພຽງແຕ່ຮ່ວມມືກັນຢ່າງໃກ້ຊິດໃນດ້ານເສດຖະກິດການຄ້າ ແລະ ການລົງທຶນເທົ່ານັ້ນ, ການແລກປ່ຽນລະຫວ່າງປະຊາຊົນສອງປະເທດກໍຫຼາຍສົມຄວນ, “ຈີນ ແລະ ໄທບໍ່ແມ່ນຄົນອື່ນໄກ” ແມ່ນຄຳຕອບທີ່ແທ້ຈິງ ແລະ ງ່າຍດາຍທີ່ສຸດສຳລັບການພົວພັນລະຫວ່າງສອງປະເທດ.


 

     ທ່ານຊັດຊາດ ສິດທິພັນ໌ ເຈົ້າຄອງນະຄອນຫຼວງບາງກອກກ່າວວ່າ: ການຢ້ຽມຢາມໄທຂອງທ່ານສີຈີ້ນຜິງຍ່ອມຈະຊຸກຍູ້ການພົວພັນໄທ-ຈີນຍົກລະດັບສູງຂຶ້ນອີກ. ເນື່ອງໃນໂອກາດທີ່ໄທ ກັບ ຈີນສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຮອບ 10 ປີ, ສອງປະເທດເຫັນດີຖືເອົາໂອກາດນີ້ພ້ອມກັນກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ໄທເປັນເປົ້າໝາຍ ແລະ ວິໄສທັດ, ເພີ່ມເນື້ອໃນຍຸກສະໄໝໃໝ່ໃກ້ແກ່ “ຈີນ ແລະ ໄທບໍ່ແມ່ນຄົນອື່ນໄກ”.