ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6

2022-11-19 13:00:46 CRI

   ວັນທີ 19 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6.


   ໃນສານຊົມເຊີຍ, ທ່ານ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: ຈີນກັບບັນດາປະເທດຢູ່ ອາຊີໃຕ້ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດມິດຕະພາບຕໍ່ກັນ ແລະເປັນຄູ່ຮ່ວມມືພັດທະນາເຊິ່ງກັນແລະກັນ, ນອກນີ້ຍັງເປັນຄູ່ຮ່ວມຊາຕາກໍາທີ່ຮ່ວມທຸກຮ່ວມສຸກນໍາອີກ. ໃນຫຼາຍປີມໍ່ໆມານີ້, ສອງຝ່າຍໄດ້ລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ, ການໄປມາຫາສູ່ກັນດ້ານເສດຖະກິດ-ການຄ້າໄດ້ຮັກສາທ່າອ່ຽງຂະຫຍາຍຕົວທີ່ດີ ແລະໄດ້ນໍາເອົາຜົນປະໂຫຍດໃຫ້ແກ່ປະຊາຊົນຂອງປະເທດຕ່າງໆ. ຈີນຍິນດີພະຍາຍາມຮ່ວມກັບປະເທດຕ່າງໆ, ຖືງານວາງສະແດງສິນຄ້າຈີນ-ອາຊີໃຕ້ເປັນເວທີ, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນແຫ່ງຄວາມສາມັກຄີປະສານງານ ແລະສະແຫວງຫາການພັດທະນາຮ່ວມກັນ, ສ້າງຈຸດເຕີບໂຕໃໝ່ແຫ່ງການຮ່ວມມືຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ໄດ້ຮັບການພັດທະນາດ້ວຍຄຸນນະພາບສູງ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາໂລກ ເພື່ອຮ່ວມກັນສ້າງອະນາຄົດອັນດີງາມ ແລະຈະເລີນຮຸ່ງເຮືອງກວ່າເກົ່າ.


   ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນ ຄຸນໝິງ ແຂວງຢູນນານ ຂອງຈີນໃນມື້ດຽວກັນ, ງານວາງສະແດງສິນຄ້າຄັ້ງນີ້ມີຫົວຂໍ້ວ່າ “ຮ່ວມກັນຊົມໃຊ້ໂອກາດໃໝ່, ຮ່ວມກັນສະແຫວງຫາການພັດທະນາໃໝ່”.