ທ່ານນາງເຜີງລີ້ຢວນໄປຢ້ຽມຊົມຫໍພິພິທະພັນສິລະປະແຫ່ງຊາດ ພະນະຄອນສີອາຍຸດທະຍາ

2022-11-19 12:55:14 CRI


ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາງນະລາພອນ ຈັນໂອຊາ ພັນລະຍາຂອງນາຍົກລັດຖະມົນຕີໄທ, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນຮ່ວມກັບພັນລະຍາຂອງຜູ້ນຳ ຫຼື ຜູ້ຕາງໜ້າກຸ່ມເສດຖະກິດຈຳນວນໜຶ່ງທີ່ໄປເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເອເປັກຄັ້ງທີ 29  ໄດ້ໄປຢ້ຽມຊົມຫໍພິພິທະພັນສິລະປະແຫ່ງຊາດ ພະນະຄອນສີອາຍຸດທະຍາ.