ທ່ານສີຈິ້ນຜິງແລະທ່ານນາງເພີງລີ້ຢວນເຂົ້າຢ້ຽມຄຳນັບເຈົ້າຊີວິດແລະພະລາຊີນີປະເທດໄທ

2022-11-19 15:04:20 cri

ຕອນຄ່ຳວັນທີ18ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຢ້ຽມຄຳນັບສົມເດັດ ມະຫາວະຈິລາລົງກອນ ເຈົ້າຊີວິດໄທແລະສົມເດັດ ສຸທິດາ ມະຫາວິຈິລາວົງກອນ ນະອະຍຸດຕະຍາ ພະລາຊີນີຢູ່ພະລາຊະວັງທີ່ບາງກອກ.


ທ່ານສີຈິ້ນຜິງຊີ້ອອກວ່າ:ຈີນແລະໄທເປັນປະເທດເພື່ອນບ້ານໃກ້ຄຽງທີ່ດີ,ເພື່ອນມິດທີີິ່ດີ,ຍາດຕິພີ່ນ້ອງທີ່ດີແລະໝູ່ຄູ່ທີ່ດີ.ການພົວພັນລະຫວ່າງສອງປະເທດໄດ້ຜ່ານຜ່າຟ້າຝົນລົມແດງ, ໄດ້ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນຍຸກສະໄໝໃໝ່. ປີນີ້ແມ່ນປີທີ່ຈີນແລະໄທສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຄອບ10ປີ,ຈີນຍິນດີຮ່ວມກັບໄທສືບຕໍ່ສົ່ງເສີມມິດຕະພາບພິເສດ“ຈີນ-ໄທເປັນຄອບຄົວດຽວກັນ”,ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ໄທ,ຂຽນໜ້າໃໝ່ແຫ່ງການພົວພັນລະຫວ່າງສອງປະເທດ.


ສົມເດັດມະຫາວະຈິລາລົງກອນກ່າວວ່າ:ຂ້າພະເຈົ້າມີກຽດຢ່າງສູງທີ່ໄດ້ຕ້ອນຮັບທ່ານປະທານສີຈິ້ນຜິງແລະພັນລະຍາມາຢ້ຽມຢາມປະເທດໄທ.ພາຍໃຕ້ການນຳພາທີ່ສະຫຼາດສະຫຼຽວຂອງທ່ານປະທານສີຈິ້ນຜິງ,ຈີນໄດ້ກ້າວເຂົ້າສູ່ຄວາມຈະເລີນຮຸ່ງເຮືອງແລະຄວາມເຂັ້ມແຂງຮັ່ງມີຫຼາຍກວ່າເກົ່າ. ທ່ານປະທານສີຈິ້ນຜິງໄດ້ຮັບຜົນງານທີ່ດີເດັ່ນໃນການປົກຄອງປະເທດ ໂດຍສະເພາະແມ່ນໃນດ້ານລຶບລ້າງຄວາມທຸກຍາກແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ,ຂ້າພະເຈົ້າສະແດງຄວາມເຄົາລົບທີ່ສຸດຕໍ່ກັບເລື່ອງນີ້. ໄທຍິນດີຮັດແໜ້ນສາຍພານມິດຕະພາບ ຮ່ວມມືກັບຈີນຕື່ມອີກ.