ສູນອາຊີອາຟຣິກາຂອງວິທະຍຸໂທລະພາບສູງກາງຈີນຈັດກິດຈະກຳແຂ່ງຂັນຫົວຄິດປະດິດສ້າງກ່ຽວກັບເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັງດຸງ

2022-11-19 13:05:07 CRI


ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມG20 ຢູ່ເກາະບາຫຼີປະເທດອິນໂດເນເຊຍ, ສູນອາຊີອາຟຣິກາຂອງວິທະຍຸໂທລະພາບສູງກາງຈີນໄດ້ຈັດກິດຈະກຳຫົວຄິດປະດິດສ້າງດ້ວຍລວດລາຍນິ້ວມື ໂດຍຖື ລົດໄຟຄວາມໄວສູງຈາກາຕາ-ບັງດຸງເປັນຫົວຂໍ້ຫຼັກ. ນັບມາຮອດວັນທີ 17 ພະຈິກນີ້, ກິດຈຕະກຳດັ່ງກ່າວໄດ້ມີຜູ້ຊົມເຖິງ 400  ລ້ານກວ່າເທື່ອຄົນໃນເວທີtiktok, ເຟັສບຸກ ແລະອື່ນໆ. ປັດຈຸບັນນີ້, ກິດຈະກຳດັ່ງກ່າວຍັງພວມດຳເນີນຢ່າງຟົດຟື້ນຢູ່.





ນອກນີ້, ໃນກິດຈະກຳຍັງໄດ້ຮ່ວມມືກັບໄອໂດທາງອິນເຕີເນັດຫຼາຍພາສາ, ເຮັດໃຫ້ກິດຈະກຳດັ່ງກ່າວໄດ້ປົກຄຸມຫຼາຍປະເທດຂອງອາຊີ ແລະ ອາຟຣິກາ, ຜູ້ປະດິດສ້າງຈາກ 10 ກວ່າປະເທດ ເຊັ່ນ: ຍີ່ປຸ່ນ, ສ.ເກົາຫຼີ, ມຽນມາ, ອິນໂດເນເຊຍ, ມະເລເຊຍ ແລະ ອື່ນໆໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.