ຈີນຄອງຄອຍກອງປະຊຸມ COP27 ຈະໄດ້ຮັບຄວາມຄືບໜ້າທີ່ແທ້ຈິງກ່ຽວກັບບັນຫາທີ່ປະເທດພວມພັດທະນາເອົາໃຈໃສ່ທີ່ສຸດ

2022-11-19 12:45:00 CRI


    ກ່ຽວກັບກໍລະນີທີ່ສະຫະພາບເອີຣົບສະເໜີໃຫ້ສະໜອງທຶນຮອນແກ່ປະເທດທີ່ດ້ອຍໂອກາດທີ່ສຸດໃນກອງປະຊຸມຄັ້ງທີ 27 ຂອງປະເທດພາຄີກ່ຽວກັບ “ສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດ” ທ່ານນາງ ໝາວໜີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 18 ພະຈິກນີ້ວ່າ: ຝ່າຍຈີນຄອງຄອຍກອງປະຊຸມ COP27 ຈະສຸມໃສ່ການຈັດຕັ້ງປະຕິບັດ, ພ້ອມທັງຮຽນຮ້ອງໃຫ້ຝ່າຍຕ່າງໆຫັນປ່ຽນເປົ້າໝາຍການປະກອບສ່ວນຢ່າງເປັນເຈົ້າການແຫ່ງຊາດໃຫ້ກາຍເປັນການເຄື່ອນໄຫວຢ່າງໜັກແໜ້ນ, ເພື່ອໄດ້ຮັບຄວາມຄືບໜ້າທີ່ແທ້ຈິງກ່ຽວກັບບັນຫາການປັບໂຕ ແລະບັນຫາທຶນຮອນທີ່ປະເທດພວມພັດທະນາເອົາໃຈໃສ່ທີ່ສຸດ.


    ທ່ານນາງ ໝາວໜີງ ໄດ້ຊີ້ໃຫ້ເຫັນວ່າ: “ສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດ”ແລະ “ສັນຍາປາຣີ”ໄດ້ມີຄວາມເຫັນເປັນເອກະພາບກັນກ່ຽວກັບຫຼັກການ ແລະເປົ້າໝາຍຂອງປະຊາຄົມໂລກໃນການຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໂດຍໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆພະຍາຍາມຄວບຄຸມການເພີ່ມຂຶ້ນຂອງອຸນຫະພູມໂລກພາຍໃນ 2 ອົງສາໂດຍສະເລ່ຍແລະພາຍໃນ 1,5 ອົງສາໂດຍອີງຕາມຫຼັກການທີ່ມີໜ້າທີ່ຮັບຜິດຊອບຮ່ວມກັນແຕ່ມີຄວາມແຕກຕ່າງກັນ. ທ່ານກ່າວຕື່ມວ່າ: ເພື່ອບັນລຸເປົ້າໝາຍດັ່ງກ່າວ, ປະເທດທີ່ພັດທະນາແລ້ວຄວນຫຼຸດຜ່ອນການປ່ອຍກາກບອນຢ່າງຂະໜາດໃຫຍ່ກ່ອນໝູ່ ແລະປອດການປ່ອຍກາກບອນໂດຍໄວເທົ່າທີ່ຈະໄວໄດ້, ຈົ່ງພື້ນທີ່ຂອງການປ່ອຍກາກບອນໃຫ້ແກ່ປະເທດພວມພັດທະນາເພື່ອບັນລຸການພັດທະນາແບບຍືນຍົງ. ນອກນັ້ນ, ປະເທດທີ່ພັດທະນາແລ້ວຍັງຄວນປະຕິບັດຕາມພັນທະໃນການສະໜອງທຶນຮອນ, ເຕັກນິກ ແລະການສ້າງຄວາມສາມາດໃຫ້ແກ່ປະເທດພວມພັດທະນາຢ່າງແທ້ຈິງແລະເຕັມທີ່ຕື່ມອີກ.