ສ.ເກົາຫຼີ ແລະ ອາເມຮິກາດຳເນີນການຊ້ອມຮົບຮ່ວມທາງອາກາດ

2022-11-20 14:51:53 cri

ຄະນະເສນາທິການຮ່ວມ ສ.ເກົາຫຼີ ເປີດເຜີຍໃນວັນທີ 19 ພະຈິກນີ້ວ່າ: ກອງທັບອາກາດ ສ.ເກົາຫຼີ ແລະອາເມຮິກາ ໄດ້ດຳເນີນການຊ້ອມຮົບຮ່ວມທາງອາກາດໃນວັນດຽວກັນ, ຂະນະດຽວກັນ, ເຮືອບິນຖິ້ມລະເບີດຍຸດທະສາດB-1B ຂອງອາເມຣິກາກໍໄດ້ເຂົ້າໄປໃນແຫຼມເກົາຫຼີໃນມື້ດຽວກັນ.


ຄະນະເສນາທິການຮ່ວມ ສ.ເກົາຫຼີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນດັ່ງກ່າວວ່າ: ໃນການຊ້ອມຮົບຮ່ວມທາງອາກາດໃນຄັ້ງນີ້, ກອງທັບອາກາດ ສ.ເກົາຫຼີ ແລະອາເມຣິກາໄດ້ສົ່ງເຮືອບິນຮົບ F-35A ແລະ F-16 ບິນຄຸ້ມກັນເຮືອບິນຖິ້ມລະເບີດຍຸດທະສາດB-1B ຂອງອາເມຣິກາ ໃນຂະນະທີ່ບິນເຂົ້າສູ່ເຂດຈຳແນກປ້ອງກັນໄພທາງອາກາດຂອງ ສ.ເກົາຫຼີ ໂດຍຈັດເປັນຝູງບິນປະສົມ.


ເຈົ້າໜ້າທີ່ຄະນະເສນາທິການຮ່ວມ ສ.ເກົາຫຼີ ກ່າວວ່າ: ສ.ເກົາຫຼີ ແລະ ອາເມຣິກາຈະດຳເນີນການຮ່ວມມືຢ່າງໜັກແໜ້ນ ເພື່ອຍົກສູງຄວາມສາມາດການສູ້ຮົບຮ່ວມກັນໃນການຮັບມືກັບໄພຂົ່ມຂູ່ຢ່າງບໍ່ຢຸດຢັ້ງ.