ກຳປັ່ນການແພດ “ເຮືອສັນຕິພາບ” ຂອງກອງທັບເຮືອຈີນສຳເລັດການຢ້ຽມຢາມອິນໂດເນເຊຍ ແລະກັບຄືນປະເທດ

2022-11-20 15:38:25 cri


ເມື່ອສຳເລັດການຢ້ຽມຢາມສັນຖະວະໄມຕີ ແລະບໍລິການບິ່ນປົວພະຍາດເປັນເວລາ 7 ມື້ແລ້ວ, ກຳປັ່ນການແພດ “ເຮືອສັນຕິພາບ” ຂອງກອງທັບເຮືອຈີນໄດ້ອຳລາທ່າເຮືອຕັນຣຸງ ປຣອກ ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍໃນວັນທີ 18 ພະຈິກນີ້ ແລະກັບຄືນປະເທດ.


ເວລາຜ່ານໄປ 9 ປີ, ກຳປັ່ນການແພດຈີນໄດ້ຢ້ຽມຢາມອິນໂດເນເຊຍອີກຄັ້ງໜຶ່ງ ໂດຍໄດ້ເຜີຍແຜ່ເຕັກນິກ ແລະທິດສະດີການບິ່ນປົວພະຍາດແບບກ້າວໜ້າໄປສູ່ຕ່າງປະເທດ ເພື່ອສະໜອງການບິ່ນປົວພະຍາດທີ່ມີຄຸນນະພາບໃຫ້ປະຊາຊົນທ້ອງຖິ່ນ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັບຕ່າງປະເທດ ແລະກອງທັບຕ່າງປະເທດຕື່ມອີກ.


ໃນໄລຍະ 7 ມື້ທີ່ດຳເນີນການບິ່ນປົວພະຍາດເທື່ອນີ້, ກຳປັ່ນການແພດ “ເຮືອສັນຕິພາບ” ໄດ້ບິ່ນປົວພະຍາດໃຫ້ຄົນເຈັບ 13.488 ຄົນ, ດຳເນີນການຜ່າຕັດ 37 ກໍລະນີ. ອຸປະກອນການແພດທີ່ກ້າວໜ້າ ແລະການຈັດວາງຫ້ອງຄົນເຈັບທີ່ສົມເຫດສົມຜົນ ໄດ້ສ້າງພື້ນຖານດ້ານວັດຖຸໃຫ້ກຳປັ່ນການແພດໃນການສະໜອງການບໍລິການບິ່ນປົວພະຍາດ ແລະການຊ່ວຍເຫຼືອມະນຸດສະທຳໃນສາກົນ.