80 ກວ່າປະເທດ,ເຂດແຄ້ວນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6

2022-11-20 12:55:20 CRI

 

ຕາມຂ່າວCRI: ວັນທີ 19 ພະຈິກນີ້, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6 ແລະ ງານມະຫະກຳການຄ້ານຳເຂົ້າແລະສົ່ງອອກຄຸນໝິງຈີນຄັ້ງທີ 26 ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງແຂວງຢູນໜານຈີນ. ທ່ານຈ່າງຊຸ່ນຊຽນ, ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ເຂົ້າຮ່ວມພິທີໄຂງານ ແລະ ໄດ້ອ່ານຈົດໝາຍຊົມເຊີຍຈາກທ່ານສີຈິ້ນຜິງປະທານປະເທດຈີນ ທັງກ່າວຄຳປາໄສ. ໃນງານວາງສະແດງທີ່ດຳເນີນໄປເປັນເວລາ 4 ວັນໃນຄັ້ງນີ້, ມີຜູ້ແທນແລະແຂກຜູ້ມີກຽດຈາກ 80 ກວ່າປະເທດ, ເຂດແຄ້ວນ ແລະ ອົງການຈັດຕັ້ງສາກົນຈະເຂົ້າຮ່ວມ ໂດຍປິ່ນອ້ອມຫົວຂໍ້ຫຼັກທີ່ວ່າ “ນຳໃຊ້ໂອກາດໃໝ່ຮ່ວມກັນ, ສະແຫວງຫາການພັດທະນາໃໝ່ຮ່ວມກັນ”.

 

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງນີ້ ແມ່ນຈັດຂຶ້ນໂດຍປະສົມປະສານກັນ ລະຫວ່າງຮູບແບບອອນລາຍ ແລະ ອອຟລາຍ, ໄດ້ຕັ້ງເຂດວາງສະແດງໂສມໜ້າ ຂອງປະເທດບັງກະລາເດັດ ເຊິ່ງເປັນປະເທດຫົວຂໍ້ຫຼັກ ແລະ ປະເທດລາວ ເຊິ່ງເປັນປະເທດກິດຕິມະສັກ, ໄດ້ຕັ້ງເຂດວາງສະແດງ 13 ເຂດ ລວມທັງພະລັງງານສີຂຽວ, ກະສິກຳທັນສະໄໝທີ່ມີສີສັນພິເສດເຂດພູພຽງ, ຢາປິ່ນປົວຊີວະພາບ, ການທ່ອງທ່ຽວວັດທະນະທຳ ແລະອື່ນໆ, ໃນນັ້ນມີເຂດວາງສະແດງວິຊາການ 8 ແຫ່ງ,ກວມອັດຕາສ່ວນຫຼາຍກວ່າ 60%. ໃນໄລຍະຈັດງານວາງສະແດງຄັ້ງນີ້, ຍັງຈະຈັດໃຫ້ມີເວທີປຶກສາຫາລືການຮ່ວມມືຈີນ-ອາຊີໃຕ້ ແລະກິດຈະກຳອື່ນໆ.