ຜົນການເລືອກຕັ້ງທົ່ວປະເທດຂອງມະເລເຊຍສະແດງໃຫ້ເຫັນວ່າ ບໍ່ມີຝ່າຍໃດຊະນະຢ່າງແນ່ນອນ

2022-11-20 12:56:11 CRI

ຕາມຂ່າວCRI: ໃນຕອນຮຸ່ງເຊົ້າຂອງວັນທີ 20 ພະຈິກນີ້, ຄະນະກຳມະການການເລືອກຕັ້ງຂອງມະເລເຊຍໄດ້ເປີດເຜີຍຜົນການນັບປັດເລືອກຕັ້ງທົ່ວປະເທດປີ 2022.

 

ອີງຕາມຜົນການເລືອກຕັ້ງສະແດງໃຫ້ເຫັນວ່າ, ບໍ່ມີພັກການເມືອງ ຫຼື ກຸ່ມພັນທະມິດໃດໆ ສາມາດຊິງໄດ້ທີ່ນັ່ງສ່ວນຫຼາຍຄື ຊີງໄດ້ 112 ທີ່ນັ່ງເປັນຢ່າງໜ້ອຍໃນຈຳນວນ 222 ທີ່ນັ່ງຂອງລັດຖະສະພາ. ສະນັ້ນ, ການຈັດຕັ້ງລັດຖະບານຊຸດໃໝ່ຂອງມະເລເຊຍຈະເປັນໄປແນວໃດ ຍັງຕ້ອງສັງເກດການຕໍ່ໄປ.

 

ຂ່າວແຈ້ງວ່າ, ລັດຖະສະພາມະເລເຊຍແມ່ນອົງກອນນິຕິບັນຍັດສູງສຸດຂອງປະເທດ, ປະກອບດ້ວຍສະພາສູງແລະສະພາຕ່ຳ, ສະພາຕ່ຳມີ 222 ທີ່ນັ່ງ, ສະພາສູງມີ 70 ທີ່ນັ່ງ. ໂດຍຕາມປົກກະຕິ, ພັກການເມືອງທີ່ໄດ້ຮັບທີ່ນັ່ງສ່ວນຫຼາຍໃນສະພາຕ່ຳຈະມີສິດຈັດຕັ້ງຄະນະລັດຖະບານຊຸດໃໝ່.