ທ່ານເວີ້ຍເຝິ້ງເຮີຈະເຂົ້າຮ່ວມກອງປະຊຸມເປີດກ້ວາງລະຫວ່າງລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 9 ແລະຢ້ຽມຢາມກຳປູເຈຍ

2022-11-20 15:29:55 cri


ເວັບໄຊກະຊວງປ້ອງກັນປະເທດຈີນໄດ້ເປີດເຜີຍໃນວັນທີ 19 ພະຈິກນີ້ວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນ, ທ່ານພົນເອກເວີ້ຍເຝິ້ງເຮີ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຈະເຂົ້າຮ່ວມກອງປະຊຸມເປີດກວ້າງລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ແລະ ຢ້ຽມຢາມກຳປູເຈຍແຕ່ວັນທີ 20-24 ພະຈິກນີ້.


ໃນໄລຍະປະຊຸມ, ທ່ານເວີ້ຍເຝິ້ງເຮີຈະກ່າວຄຳປາໄສ, ພົບປະກັບຫົວໜ້າຄະນະຜູ້ແທນຂອງປະເທດທີ່ກ່ຽວຂ້ອງ ເພື່ອແລກປ່ຽນຄວາມເຫັນກ່ຽວກັບສະຖານະການສາກົນ ແລະພາກພື້ນ ກໍຄືການຮ່ວມມືດ້ານວຽກງານປ້ອງກັນປະເທດ, ຄວາມໝັ້ນຄົງ ແລະອື່ນໆ. ໃນໄລຍະຢ້ຽມຢາມກຳປູເຈຍ, ທ່ານເວີ້ຍເຝິ້ງເຮີຈະພົບປະກັບຜູ້ນຳປະເທດ ແລະຜູ້ນຳກອງທັບກຳປູເຈຍ.