ໄຂການແຂ່ງຂັນເຕະບານໂລກກາຕາປີ 2022 ໃນວັນທີ 20 ພະຈິກນີ້

2022-11-20 16:51:50 cri

      ຕອນຫົວຄ່ຳຂອງວັນທີ 20 ພະຈິກນີ້ຕາມເວລາໂດຮາ, ການແຂ່ງຂັນເຕະບານຊີງຂັນໂລກກາຕາປີ 2022 ທີ່ຈັດຂຶ້ນໃນລະດູໜາວຢູ່ເຟື້ອງໂລກເໜືອເປັນຄັ້ງທຳອິດຈະໄຂຂຶ້ນຢ່າງເປັນທາງການ. ການແຂ່ງຂັນຮອບທຳອິດຂອງການແຂ່ງຂັນຄັ້ງນີ້ແມ່ນດຳເນີນຢູ່ລະຫວ່າງທີມກາຕາທີ່ເປັນເຈົ້າພາບກັບທີມເອກວາດໍ.

      ກ່ອນຈະຈັດການແຂ່ງຂັນຮອບທຳອິດ, ຈະມີພິທີໄຂງານຕາມເຄີຍ. ຂ່າວແຈ້ງວ່າ, ພິທີໄຂງານຄັ້ງນີ້ຄາດວ່າຈະໃຊ້ເວລາ 30 ນາທີ ເຊິ່ງນອກຈາກມີການສະແດງທີ່ເຕັມໄປດ້ວຍປະເພນີອ່າວເປີເຊຍຈາກສິລະປິນທ້ອງຖິ່ນຂອງກາຕາແລ້ວ, ຍັງໄດ້ເຊື້ອເຊີນນັກຮ້ອງດັງຈາກ 5 ທະວີບຮ່ວມກັນຮ້ອງເພງພິທີເປີດການແຂ່ງຂັນເຕະບານໂລກຄັ້ງນີ້ ແລະ ເພງໂຄສະນາເຜີຍແຜ່ຫຼາຍເພງອີກດ້ວຍ.