ລົດໂດຍສານພະລັງງານໃໝ່ຂອງຈີນຈະເປັນກຳລັງສຳຄັນດ້ານການຄົມມະນາຄົມໃນໄລຍະຈັດແຂ່ງຂັນເຕະບານໂລກກາຕາ 2022

2022-11-21 16:00:21 cri

 

ຕາມຂ່າວCRI: ວັນທີ 20 ພະຈິກນີ້, ຢູ່ຖະໜົນໃຈກາງນະຄອນຫຼວງໂດຮາຂອງກາຕາ, ມີລົດໂດຍສານພະລັງງານໃໝ່ທີ່ຜະລິດຈາກຈີນໄດ້ແລ່ນໄປມາເລື້ອຍໆ, ເຊິ່ງກາຍເປັນກຳລັງສຳຄັນດ້ານຄົມມະນາຄົມທີ່ໃຫ້ບໍລິການໃນໄລຍະຈັດການແຂ່ງຂັນເຕະບານໂລກກາຕາ 2022.

 


ການແຂ່ງຂັນເຕະບານໂລກກາຕາ 2022 ໄດ້ປູກຈິດສຳນຶກການຈັດງານມະຫະກຳຢ່າງມີຫົວຄິດປະດິດສ້າງໃໝ່, ແບບຍືນຍົງ ແລະ ມີການປ່ອຍກາກບອນຕ່ຳ, ສົ່ງເສີມໃຫ້ຄົນເດີນທາງແບບສີຂຽວ, ລົດສາທາລະນະແມ່ນທາງເລືອກທຳອິດແບບບໍ່ຕ້ອງສົງໄສ.

 


ໃນປີ 2020, ລົດຍົນທີ່ຜະລິດໂດຍບໍລິສັດຢວີທ່ອງຂອງຈີນ ປະມູນໄດ້ໂຄງການໃຊ້ລົດຍົນບໍລິການໃນການແຂ່ງຂັນເຕະບານໂລກກາຕາຢ່າງສຳເລັດຜົນ, ກາຕາໄດ້ນຳເຂົ້າລົດໂດຍສານ 1.500 ຄັນຈາກຈີນ, ໃນນັ້ນລວມທັງລົດໂດຍສານໃຊ້ພະລັງງານໄຟຟ້າ 888 ຄັນ. ລົດໂດຍສານເຫຼົ່ານີ້ຈະເຮັດໜ້າທີ່ຂົນສົ່ງຜູ້ຊົມ, ເຈົ້າໜ້າທີ່ສະຫະພັນບານເຕະສາກົນ ແລະ ສື່ມວນຊົນໄປຮອດສະໜາມບານເຕະ.

 

ທ່ານກ່ານຊ້າວຢີງ, ຜູ້ຮັບຜິດຊອບຂອງຄະນະບໍລິການຢູ່ກາຕາຂອງບໍລິສັດລົດໂດຍສານຢວີທ່ອງ ມີພາກພູມໃຈວ່າ: “ນີ້ແມ່ນງານມະຫະກຳກິລາສາກົນຂະໜາດໃຫຍ່ໄດ້ນຳໃຊ້ລົດໂດຍສານພະລັງງານໃໝ່ຂອງຈີນທີ່ມີຈຳນວນຫຼວງຫຼາຍເປັນຄັ້ງທຳອິດ, ແລະແມ່ນລົດໂດຍສານໃຊ້ພະລັງງານໄຟຟ້າໃນຖານະເປັນກຳລັງສຳຄັນທີ່ໃຫ້ບໍລິການໃນໄລຍະຈັດແຂ່ງຂັນເຕະບານໂລກເປັນຄັ້ງທຳອິດ, ເວົ້າໄດ້ວ່າ, ເຕັກໂນໂລຊີດ້ານພະລັງງານໃໝ່ຂອງຈີນໄດ້ຮັບການເຫັນດີຈາກທົ່ວໂລກ.”