ຈີນຈະຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວ 15 ຂຶ້ນສູ່ອະວະກາດໃນໄວໆນີ້

2022-11-21 20:03:33 cri


   ຕາມຂ່າວຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນໃຫ້ຮູ້ວ່າ:  ວັນທີ 21 ພະຈິກນີ້, ຍານອະວະກາດບັນທຸກຄົນເຊີນໂຈ່ວ 15 ແລະ ຈະຫຼວດສົ່ງຍານຄວບຄຸມໄລຍະໄກ CZ2F-Y15 ໄດ້ຂົນສົ່ງໄປຮອດເຂດຍິງສົ່ງແລ້ວ. ປັດຈຸບັນ, ສິ່ງກໍ່ສ້າງ ແລະ ອຸປະກອນຢູ່ສູນຍິງສົ່ງແມ່ນຢູ່ໃນສະພາບປົກກະຕິດີ, ຂັ້ນຕອນຕໍ່ໄປຈະດຳເນີນວຽກງານຕ່າງໆກ່ອນການຍິງສົ່ງເຊັ່ນ:ການກວດກາສະມັດຕະພາບລາຍການຕ່າງໆ,ການທົດລອງວັດແທກຮ່ວມແລະອື່ນໆ.