ວັນທີ 20 ພະຈິກນີ້, ພິທີເຊັນສັນຍາຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6 ແລະງານມະຫະກຳການຄ້ານຳເຂົ້າແລະສົ່ງອອກຄຸນມິງຈີນຄັ້ງທີ 26 ໄດ້ຈັດຂຶ້ນຢູ່ນະຄອນຄຸນມິງຂອງຈີນ, ໂດຍໄດ້ບັນລຸການເຊັນສັນຍາການລົງທຶນແບບລວມສູນ 169 ໂຄງການ, ມີມູນຄ່າການລົງທຶນຫຼາຍກວ່າ 400 ຕື້ຢວນ.
ຂ່າວແຈ້ງໃຫ້ຮູ້ວ່າ, ການເຊັນສັນຍາລວມສູນຄັ້ງນີ້ ໄດ້ສຸມໃສ່ 12 ຂະແໜງການຈຸດສຸມຂອງແຂວງຢູນນານ, ໄດ້ເຊັນສັນຍາໂຄງການພະລັງງານສີຂຽວ 39 ໂຄງການ, ໂຄງການກະສິກຳທັນສະໄໝທີ່ມີເອກະລັກຂອງພູພຽງ 29 ໂຄງການ, ໂຄງການ ວັດທະນະທຳ-ທ່ອງທ່ຽວ-ສຸຂະພາບ 15 ໂຄງການ, ໂຄງການຂະແໜງການຜະລິດແບບທັນສະໄໝ 14 ໂຄງການ, ໂຄງການວັດຖຸໃໝ່ 21 ໂຄງການ, ໂຄງການຢາປິ່ນປົວຊີວະສາດ 6 ໂຄງການ. ເຂດສາມຫຼ່ຽມແມ່ນ້ຳຢັງຊີກຽງ, ເຂດບໍລິເວນສາມຫຼ່ຽມແມ່ນ້ຳຈູ່ຈ່ຽງ, ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກ໋າວ ແມ່ນຝ່າຍຕົ້ນຕໍໃນການລົງທຶນຕໍ່ແຂວງຢູນນານ.