ທ່ານ ສີຈິ້ນຜິງ ສົ່ງຈົດໝາຍຊົມເຊີຍໄປຍັງກອງປະຊຸມສົນທະນາການພົວພັນຄູ່ຮ່ວມຂອງໂລກກ່ຽວກັບການປະດິດສ້າງໃໝ່ແລະການຄົ້ນຄວ້າສະແຫວງຫາອະວະກາດຈີນແລະສະຫະປະຊາຊາດ

2022-11-21 20:06:47 cri

ວັນທີ 21 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງຈົດໝາຍຊົມເຊີຍໄປຍັງກອງປະຊຸມສົນທະນາການພົວພັນຄູ່ຮ່ວມຂອງໂລກກ່ຽວກັບການປະດິດສ້າງໃໝ່ແລະການຄົ້ນຄວ້າສະແຫວງຫາອະວະກາດຈີນແລະອົງການສະຫະປະຊາຊາດ.


ເນື້ອໃນຈົດໝາຍຊົມເຊີຍຂອງທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ໃນຊຸມປີຜ່ານມາ, ຈີນໄດ້ດຳເນີນການເຄື່ອນໄຫວກ່ຽວກັບການຄົ້ນຄວ້າສະແຫວງຫາອະວະກາດຢ່າງຕັ້ງໜ້າ,ໄດ້ເພີ່ມທະວີຄວາມຮັບຮູ້ຂອງມວນມະນຸດຕໍ່ອະວະກາດ,ສຸມກຳລັງເຂົ້າໃນການເພີ່ມຄວາມສົມບູນພູນສຸກຮ່ວມກັນຂອງມວນມະນຸດ. ການຄົ້ນຄວ້າສະແຫວງຫາອະວະກາດບໍ່ມີມື້ສິ້ນສຸດຈັກເທື່ອ. ຈີນຍິນດີຮ່ວມກັບບັນດາປະເທດຢູ່ໃນໂລກ,ເພີ່ມທະວີການແລກປ່ຽນແລະການຮ່ວມມືກັນ,ຮ່ວມກັນຄົ້ນຄວ້າສະແຫວງຫາຄວາມເລິກລັບຂອງອະວະກາດ,ນຳໃຊ້ອະວະກາດໂດຍສັນຕິ,ຊຸກຍູ້ໃຫ້ເຕັກນິກການບິນອະວະກາດສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງບັນດາປະເທດຢູ່ໃນໂລກເປັນຢ່າງດີກວ່າເກົ່າ.


ກອງປະຊຸມສົນທະນາການພົວພັນຄູ່ຮ່ວມຂອງໂລກກ່ຽວກັບການປະດິດສ້າງໃໝ່ແລະການຄົ້ນຄວ້າສະແຫວງຫາອະວະກາດຈີນແລະອົງການສະຫະປະຊາຊາດໄດ້ໄຂຂຶ້ນຢູ່ນະຄອນໄຫໂຂວແຂວງໄຫຫຼຳຂອງຈີນໃນວັນທີ21ພະຈິກນີ້ ພາຍໃຕ້ຫົວຂໍ້ “ສ້າງການພົວພັນຄູ່ຮ່ວມກ່ຽວກັບການຄົ້ນຄວ້າສະແຫວງຫາອະວະກາດແບບໃໝ່”.