ກອງປະຊຸມການປ່ຽນແປງດ້ານດິນຟ້າອາກາດອົງການ ສປຊ ສ້າງກອງທຶນແຫ່ງ ຄວາມ ເສຍຫາຍ ແລະການທຳລາຍ

2022-11-21 16:05:13 cri

  ຫຼັງຈາກໄດ້ເລື່ອນເວລາປະຊຸມໜຶ່ງວັນໜຶ່ງຄືນແລ້ວ, ກອງປະຊຸມຄັ້ງທີ 27 ຂອງ ບັນດາຝ່າຍທີ່ໄດ້ລົງນາມໃນ “ສົນທິສັນຍາຂອບການປ່ຽນແປງດ້ານດິນຟ້າອາກາດອົງການ ສະຫະປະຊາຊາດ” ຫຼື COP27 ທີ່ຈັດຂຶ້ນຢູ່ນະຄອນຊາມເຊອີຮ ຂອງເອຢິບ ໄດ້ ອັດລົງໃນຕອນເຊົ້າວັນທີ 20 ພະຈິກນີ້. ກອງປະຊຸມໄດ້ຮັບຮອງເອົາຂໍ້ຕົກລົງຫຼາຍສິບສະບັບ, ໃນນັ້ນ, ການສ້າງຕັ້ງກອງທຶນແຫ່ງຄວາມເສຍຫາຍແລະການທຳລາຍ ເປັນຈຸດເດັ່ນ. 

  ໃນເວລາໃຫ້ສຳພາດຕໍ່ນັກຂ່າວຂ່າວສານຊິນຮວາຫຼັງຈາກກອງປະຊຸມ, ທ່ານຈ້າວຢິ່ງມິນ ຮອງລັດຖະມົນຕີກະຊວງນິເວດວິທະຍາ ແລະສິ່ງແວດລ້ອມຂອງຈີນ ຫົວໜ້າຄະນະຜູ້ແທນ ຈີນທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວໃຫ້ຮູ້ວ່າ, ກອງປະຊຸມຄັ້ງນີ້ໄດ້ຮັບຄວາມຄືບໜ້າລັກສະນະ ຂັ້ນຕອນກ່ຽວກັບບັນຫາການປັບໂຕ, ທຶນຮອນ, ຜົນເສຍຫາຍແລະການທຳລາຍ ທີ່ປະເທດ ພວມພັດທະນາເອົາໃຈໃສ່ໃນລະດັບສູງ.

  ໃນກອງປະຊຸມຄັ້ງນີ້, ປະເທດທີ່ພັດທະນາແລ້ວ ຍັງບໍ່ມີທ່າທີທີ່ຕັ້ງໜ້າໃນບັນຫາ ສະໜອງການສະໜັບສະໜູນດ້ານທຶນຮອນແລະເຕັກນິກໃຫ້ປະເທດທີ່ພວມພັດທະນາ. ທ່ານ ຈ້າວຢິ່ງມິນກ່າວຕື່ມວ່າ, ຫວັງວ່າ, ປະເທດທີ່ພັດທະນາແລ້ວ ຈະສາມາດໃຊ້ການກະທຳຕົວຈິງ ໃຫ້ຫຼາຍກວ່າເກົ່າ, ເວົ້າປາກເປົ່າໃຫ້ໜ້ອຍລົງ, ທຳການຮ່ວມມືໃຫ້ຫຼາຍຂຶ້ນ, ແລະປະທະກັນໃຫ້ໜ້ອຍລົງ, ຈົ່ງຮ່ວມກັບປະຊາຄົມໂລກ, ເກາະແຂນກັນ ພ້ອມກັນມຸ່ງໜ້າໄປສູ່ອະນາຄົດແຫ່ງດິນຟ້າອາກາດແບບຍືນຍົງ.