ເລຂາທີໜຶ່ງຂອງສູນກາງພັກກອມມູນິດກູບາ ປະທານປະເທດກູບາຈະຢ້ຽມຢາມຈີນ

2022-11-21 15:32:44 cri

      ທ່ານນາງ ຮວ້າຊຸ່ນຢີງ ໂຄສົກກະຊວງການຕ່າງປະເທດຈີນປະກາດໃນວັນທີ 21 ພະຈິກນີ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ, ທ່ານ ມິເກວ ດີຢັສ ຄາເນວ ເບມູເດສ ເລຂາທີໜຶ່ງຂອງຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດກູບາ ຈະຢ້ຽມຢາມຈີນ ທາງລັດຖະກິດລະຫວ່າງວັນທີ 24 ຫາ 26 ພະຈິກນີ້.