“ງານສັບປະດາວິດີໂອ ແລະກະຈາຍສຽງລະຫວ່າງຈີນ ແລະຣັດເຊຍປີ 2022” ໄດ້ເລີ່ມຕົ້ນຢ່າງເປັນທາງການ

2022-11-21 15:40:22 cri


ວັນທີ 20 ພະຈິກນີ້, “ງານສັບປະດາວິດີໂອ ແລະກະຈາຍສຽງລະຫວ່າງຈີນ ແລະຣັດເຊຍປີ 2022” ໄດ້ເລີ່ມຕົ້ນຢ່າງເປັນທາງການຜ່ານທາງອິນເຕີເນັດ. ທ່ານເລີ້ຢວີ້ເຊີງ ຮອງຫົວໜ້າອົງການໂທລະພາບ ແລະວິທະຍຸກະຈາຍສຽງແຫ່ງຊາດຈີນ, ທ່ານເຊີເຣິກາໂຊວາ ຮອງລັດຖະມົນຕີກະຊວງພັດທະນາດີຈີຕອນ ການສື່ສານ ແລະສື່ມວນຊົນຂອງຣັດເຊຍ ພ້ອມດ້ວຍທ່ານໂມກຸລອບ ເອກອັກຄະລັດຖະທູດຣັດເຊຍປະຈຳຈີນໄດ້ກ່າວຄຳປາໄສຜ່ານທາງອິນເຕີເນັດ.


ໃນ “ງານສັບປະດາວິດີໂອ ແລະກະຈາຍສຽງລະຫວ່າງຈີນ ແລະຣັດເຊຍປີ 2022”, ຈະດຳເນີນ “ການແປ ແລະອອກອາກາດຜະລິດຕະພັນວິດີໂອ ແລະກະຈາຍສຽງທີ່ດີຂອງຈີນ-ຣັດເຊຍໃນປີ 2022”, ການສະແດງຮ້ອງເພງຜ່ານທາງອິນເຕີເນັດລະຫວ່າງຊາວໜຸ່ມຈີນ-ຣັດເຊຍ, ການແຂ່ງຂັນຄຣິບວິດີໂອສັ້ນລະຫວ່າງຈີນ-ຣັດເຊຍ, ການເຈລະຈາດ້ານຂະແໜງການກາຕູນລະຫວ່າງຈີນ-ຣັດເຊຍຄັ້ງທີ 2 ແລະກິດຈະກຳອື່ນໆ, ເພື່ອລົງເລິກການແລກປ່ຽນ ແລະການຮ່ວມມືດ້ານຂະແໜງການວິດີໂອ ແລະກະຈາຍສຽງລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.