ລະດັບເຊື່ອມໂຍງເຊື່ອມຈອດກັນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ ຈະເຮັດໃຫ້ການຮ່ວມມືລະຫວ່າງຈີນ-ອາຊຽນມີອະນາຄົດທີ່ດີງາມກວ່າເກົ່າ

2022-11-21 16:49:22 cri

ວັນທີ 3 ທັນວາປີ 2021, ທາງລົດໄຟລາວ-ຈີນ ທີ່ເປັນໂຄງການຂີດໝາຍສຳຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເປີດນຳໃຊ້ຢ່າງເປັນທາງການ. ເກືອບໜຶ່ງປີຜ່ານໄປແລ້ວ, ທາງລົດໄຟລາວ-ຈີນໄດ້ສ້າງຜົນງານທີ່ປະຈັກຕາຕໍ່ຊາວໂລກ: ມາຮອດທ້າຍເດືອນຕຸລາຜ່ານມານີ້, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດຫຼາຍກວ່າ 7,5 ລ້ານເທື່ອຄົນ; ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 10 ລ້ານໂຕນ. ໃນນັ້ນ, ການຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 1,8 ລ້ານໂຕນ, ມູນຄ່າສິນຄ້າຫຼາຍວ່າ 12 ຕື້ຢວນ, ການຂົນສົ່ງສິນຄ້າໄດ້ປົກຄຸມ 10 ກວ່າປະເທດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ຈີນ, ລາວ, ຫວຽດນາມເປັນຕົ້ນ.


ຂະນະທີ່ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ແມ່ນໂຄງການທີ່ເປັນຂີດໝາຍສຳຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການຮ່ວມມືຕິວຈິງລະຫວ່າງຈີນ-ອິນໂດເນເຊຍ ແລະກໍແມ່ນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງທີ່ນຳໃຊ້ເຕັກນິກຈີນ ແລະ ມາດຕະຖານຈີນຄົບຊຸດເປັນຄັ້ງທຳອິດຢູ່ຕ່າງປະເທດ.

ລົດໄຟຄວາມໄວສູງຈາກາຕາ-ບັນດຸງຍາວທັງໝົດ 142 ກິໂລແມັດ, ອອກແບບຄວາມໄວສູງສຸດແມ່ນ 350 ກິໂລແມັດຕໍ່ຊົ່ວໂມງ, ແມ່ນທາງລົດໄຟຄວາມໄວສູງສາຍທຳອິດຂອງອິນໂດເນເຊຍ ກໍຄືໃນພາກພື້ນອາຊີຕາເວັນອອກສຽງໃຕ້. ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນມິຖຸນາປີ 2018, ວັນທີ 16 ພະຈິກ 2022 ນີ້, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ທີ່ຈີນແລະອິນໂດເນເຊຍຮ່ວມມືກັນກໍ່ສ້າງ ໄດ້ທົດລອງແລ່ນລົດເປັນຄັ້ງທຳອິດ ແລະປະສົບຜົນສຳເລັດຢ່າງຈົບງາມ. ພາຍຫຼັງເປີດນຳໃຊ້ທາງລົດໄຟຄວາມໄວສູງດັ່ງກ່າວແລ້ວ, ເວລາການເດີນທາງຈາກຈາກາຕາໄປເຖິງບັນດຸງຈາກ 3 ຊົ່ວໂມງປາຍໃນເມື່ອກ່ອນ ຫຍໍ້ມາເປັນ 40 ນາທີໃນປັດຈຸບັນ.


ຄຽງຄູ່ກັບການທົດລອງແລ່ນລົດຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ປະສົບຜົນສຳເລັດຢ່າງຈົບງາມ ແລະເປີດນຳໃຊ້ຢ່າງເປັນທາງການ, ທາງລົດໄຟສາຍນີ້ຈະເຮັດໃຫ້ການເດີນທາງຂອງປະຊາຊົນທ້ອງຖິ່ນມີຄວາມສະດວກສະບາຍກວ່າເກົ່າ ພ້ອມທັງແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານການພັດທະນາ ຍ້ອນສະພາບການຄົມມະນາຄົມບໍ່ດີ ແລະ ລົດແລ່ນຊ້າ, ການເດີນທາງແລະການທ່ອງທ່ຽວຂອງປະຊາຊົນ 40 ລ້ານຄົນໃນທ້ອງຖິ່ນຈະມີຄວາມສະດວກສະບາຍທີ່ສຸດ, “ເໝືອນດັ່ງໄດ້ດຳລົງຊີວິດຢູ່ໃນຕົວເມືອງດຽວ”.

ໃນຂະນະດຽວກັນ, ການເປີດນຳໃຊ້ຂອງທາງລົດໄຟຄວາມໄວສູງກໍຈະເພີ່ມລາຍໄດ້ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟ ພ້ອມທັງຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ. ພາຍຫຼັງເປີດນຳໃຊ້ທາງລົດໄຟລາວ-ຈີນແລ້ວ, ເຂດລຽບຕາມທາງລົດໄຟໄດ້ພັດທະນາຢ່າງວ່ອງໄວ ເຊິ່ງກໍເປັນຕົວຢ່າງທີ່ດີ. ຂະນະທີ່ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງກໍຈະກາຍເປັນ “ເສັ້ນທາງຄຳ” ເໝືອນດັ່ງທາງລົດໄຟລາວ-ຈີນ ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງເຂດລຽບຕາມທາງລົດໄຟ ແລະ ກາຍເປັນ “ເສັ້ນທາງສ້າງຄວາມຮັ່ງມີ” ສຳລັບອິນໂດເນເຊຍ.


ຄຽງຄູ່ກັບການຮ່ວມມືລະຫວ່າງຈີນ ແລະ ອາຊຽນໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປັດຈຸບັນ, ຄວາມຝັນທາງລົດໄຟຂອງປະຊາຊົນລາວໄດ້ບັນລຸຄວາມເປັນຈິງແລ້ວ, ທາງລົດໄຟຈີນ-ໄທກໍໄດ້ເລັ່ງການກໍ່ສ້າງ, ການກໍ່ສ້າງທາງລົດໄຟລຽບຕາມຊາຍຝັ່ງທະເລພາກຕາເວັນອອກຂອງມາເລເຊຍກໍໄດ້ເລັ່ງລັດໄວຂຶ້ນ, ກຳປູເຈຍ ກໍໄດ້ກ້າວເຂົ້າສູ່ “ຍຸກທາງດ່ວນ”. ລະດັບເຊື່ອມໂຍງເຊື່ອມຈອດກັນລະຫວ່າງຈີນ ແລະອາຊຽນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ ເຊິ່ງຈະເປັນການເລັ່ງຂະບວນການເຊື່ອມໂຍງເຂົ້າກັນດ້ານເສດຖະກິດພາກພື້ນ ແລະ ເຮັດໃຫ້ການຮ່ວມມືລະຫວ່າງຈີນ-ອາຊຽນມີອະນາຄົດທີ່ດີງາມກວ່າເກົ່າ.