ຕູຣາເຄຍຫຼອນໂຈມຕີທາງອາກາດຕໍ່ກຳລັງປະກອບອາວຸດເຄີດຢູ່ອີຣັກ ແລະ ຊີຣີ

2022-11-21 16:08:29 cri

  ວັນທີ 20 ພະຈິກນີ້, ທ່ານຮູລູຊີ ອາຄາ ລັດຖະມົນຕີກະຊວງປ້ອງກັນປະເທດຕູຣາເຄຍ ອອກຖະແຫຼງການວ່າ: ຕອນຂ້ອນແຈ້ງມື້ດຽວກັນ, ກອງທະຫານຕູຣາເຄຍ ໄດ້ກໍ່ການ ຫຼອນໂຈມຕີທາງອາກາດທີ່ມີຊື່ວ່າ “ເລັບ-ດາບ” ຫຼື  Claw-Sword ຕໍ່ກຳລັງປະກອບ ອາວຸດເຄີດສອງກອງ ທີ່ຕັ້ງຢູ່ອີຣັກແລະພາກເໜືອຊີຣີ.

  ຖະແຫຼງການລະບຸວ່າ, ຍົນສູ້ຮົບຕູຣາເຄຍຕ່າງໄດ້ໂຈມຕີຖານທັບທີ່ຕັ້ງຢູ່ອີຣັກຂອງ ພັກກຳມະກອນເຄີດ ແລະຖານທັບທີ່ຕັ້ງຢູ່ພາກເໜືອຊີຣີຂອງ “ກອງທັບປ້ອງກັນປະຊາຊົນ” ທີ່ຂຶ້ນກັບກຳລັງປະກອບອາວຸດເຄີດຢູ່ຊີຣີ, ເຊິ່ງໄດ້ທຳລາຍເປົ້າໝາຍຕ່າງໆຢູ່ຖານທັບ. ຖະແຫຼງການ ຊີ້ອອກວ່າ, ຖານທັບສອງແຫ່ງດັ່ງກ່າວແມ່ນໃຊ້ສຳລັບກໍ່ການຫຼອນໂຈມຕີຕໍ່ຕູຣາເຄຍ, ແລະການເຄື່ອນໄຫວຂອງທະຫານຕູຣາເຄຍຍັງຈະດຳເນີນຕໍ່ໄປ.

  ບຸກຄົນວິເຄາະເຫັນວ່າ, ການເຄື່ອນໄຫວຫຼອນໂຈມຕີທາງອາກາດເທື່ອນີ້ ແມ່ນ ແນໃສ່ເຫດການລະເບີດທີ່ເກີດຂຶ້ນເມື່ອວັນທີ 13 ພະຈິກນີ້ຢູ່ຖະໜົນເອກະລາດທີ່ອິສຕານບຸນ ເຊິ່ງເປັນນະຄອນໃຫຍ່ກວ່າໝູ່ຂອງຕູຣາເຄຍ.