ກາຊັກສະຖານເລືອກຕັ້ງປະທານາທິບໍດີ

2022-11-21 14:37:53 cri


ວັນທີ 20 ພະຈິກນີ້, ປະເທດກາຊັກສະຖານໄດ້ດຳເນີນການເລືອກຕັ້ງປະທານາທິບໍດີ, ມີຜູ້ສະໝັກຮັບເລືອກຕັ້ງຈຳນວນ 6 ທ່ານເຂົ້າຮ່ວມ ລວມທັງທ່ານກາຊີມ ໂຈມັດ ໂຕກາເຢວ ປະທານາທິບໍດີຄົນປັດຈຸບັນ.


ຄະນະກຳມະການເລືອກຕັ້ງຂັ້ນສູນກາງຂອງກາຊັກສະຖານໄດ້ເປີດເຜີຍວ່າ: ຢູ່ທົ່ວປະເທດມີຜູ້ມີສິດເລືອກຕັ້ງປະມານ 11 ລ້ານ 9 ແສນ 5 ໝື່ນຄົນ, ໄດ້ສ້າງບ່ອນລົງຄະແນນສຽງຫຼາຍກວ່າ 1 ໝື່ນແຫ່ງຢູ່ພາຍໃນ ແລະຕ່າງປະເທດ. ການລົງຄະແນນສຽງໄດ້ເລີ່ມແຕ່ເວລາ 7 ໂມງເຖິງເວລາ 20 ໂມງຂອງວັນທີ 20ພະຈິກນີ້ຕາມເວລາທ້ອງຖິ່ນ.