ວັນທີ 20 ພະຈິກນີ້, ຜູ້ສືບທອດສີມືການຖັກແສ່ວເຜົ່າອີຜູ້ໜຶ່ງ ກຳລັງສະແດງ ການຖັກແສ່ວຢູ່ໃນຫໍວັດທະນະທຳແລະທ່ອງທ່ຽວຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້.
ຢູ່ໃນຫໍວັດທະນະທຳແລະທ່ອງທ່ຽວຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6, ໄດ້ມີການວາງສະແດງໂຄງການມໍລະດົກວັດທະນະທຳທີ່ເປັນນາມມະທຳຕ່າງໆຢ່າງປະທັບໃຈຫຼາຍ!