ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງທ່ານຄາຊິມ ໂຈມາ ໂຕຄາເຢຟທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີກາຊັກສະຖານ

2022-11-22 10:31:03 CRI

 

ຕາມຂ່າວCRI: ວັນທີ 21 ພະຈິກນີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງທ່ານຄາຊິມ ໂຈມາ ໂຕຄາເຢຟ, ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີກາຊັກສະຖານ.

 

ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງຊີ້ອອກວ່າ, ການທີ່ທ່ານໄດ້ຮັບເລືອກຕັ້ງຄັ້ງນີ້, ສະແດງໃຫ້ເຫັນຢ່າງເຕັມທີ່ເຖິງຄວາມໄວ້ເນື້ອເຊື່ອໃຈແລະການສະໜັບສະໜູນຕໍ່ທ່ານຈາກປະຊາຊົນກາຊັກສະຖານ. ຂ້າພະເຈົ້າເອົາໃຈໃສ່ໃນລະດັບສູງຕໍ່ການພັດທະນາດ້ານການພົວພັນລະຫວ່າງຈີນ-ກາຊັກສະຖານ, ຍິນດີພະຍາຍາມຮ່ວມກັນກັບທ່ານ, ຖືການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 30 ປີເປັນຈຸດເລີ່ມຕົ້ນໃໝ່, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຖາວອນລະຫວ່າງຈີນ-ກາຊັກສະຖານໄດ້ຮັບການພັດທະນາຕື່ມອີກ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງຈີນ-ກາຊັກສະຖານ, ສ້າງຄວາມສຸກໃຫ້ແກ່ສອງປະເທດແລະປະຊາຊົນຂອງສອງປະເທດ.