ໄຂເວທີເປິກສາຫາລືເສດຖະກິດການຄ້າຈີນ-ອາຟຣີກາ(ເຈີຈ່ຽງ)ຈີນ 2022

2022-11-22 11:35:12 CRI

 

ຕາມຂ່າວCRI: ວັນທີ 21 ພະຈິກນີ້, ສັບປະດາແລກປ່ຽນການຮ່ວມມືດ້ານວັດທະນະທຳລະຫວ່າງຈີນ-ອາຟຣີກາໄດ້ຈັດຂຶ້ນຢູ່ນະຄອນຈີ່ນຮວາຂອງຈີນ. ທ່ານກ່າວຢູນຫຼົງ, ຮອງປະທານສະພາເປິກສາການເມືອງແຫ່ງຊາດ, ປະທານສະພາການຄ້າແລະອຸດສາຫະກຳແຫ່ງຊາດຈີນໄດ້ເຂົ້າຮ່ວມພິທີໄຂແລະກ່າວຄຳປາໄສ.

 


ທ່ານກ່າວຢູນຫຼົງຊີ້ອອກວ່າ, ຈີນແລະອາຟຣີກາມີຈິດໜຶ່ງໃຈດຽວແລະທິດທາງການພັດທະນາຄ້າຍຄືກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ການຮ່ວມມືຕົວຈິງລະຫວ່າງສອງຝ່າຍໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ. ບົນຈຸດເລີ່ມຕົ້ນປະຫວັດສາດໃໝ່, ຫວັງວ່າຈີນແລະອາຟຣີກາຈະຍຶດໝັ້ນການນຳພາດ້ວຍການປະດິດສ້າງໃໝ່, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ, ແລະເພີ່ມທະວີຄວາມຮັບຜິດຊອບຂອງສັງຄົມ.

 

ເວທີເປິກສາຫາລືຄັ້ງນີ້ຖື “ຈິດໃຈມວນຊົນເຊື່ອມຕໍ່ກັນ ວັດທະນະທຳຖອດຖອນກັນ ການຮ່ວມມືໄດ້ຮັບຜົນປະໂຫຍດຮ່ວມກັນ” ເປັນຫົວຂໍ້ຫຼັກ, ຮ່ວມກັນຈັດຂຶ້ນໂດຍສະມາຄົມມິດຕະພາບກັບຕ່າງປະເທດປະຊາຊົນຈີນແລະອົງການຈັດຕັ້ງອື່ນໆ.