ທ່ານປະທານ ສີຈິ້ນຜິງ ໃຫ້ການອະທິບາຍຕໍ່ໂລກກ່ຽວກັບຄວາມທັນສະໄໝແບບຈີນ

2022-11-22 16:42:26 CRI

 

    ວັນທີ 17 ພະຈິກ 2022, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄໍາປາໄສທາງລາຍລັກອັກສອນໃນກອງປະຊຸມສຸດຍອດອຸດສາຫະກຳ-ການຄ້າຂອງອົງການຮ່ວມມືທາງເສດຖະກິດອາຊີປາຊິຟິກ ຫຼື ເອເປັກ ທີ່ຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທ ໂດຍໄດ້ໃຫ້ການອະທິບາຍຢ່າງເລິກເຊິ່ງກ່ຽວກັບເນື້ອໃນອັນອຸດົມສົມບູນຂອງຄວາມທັນສະໄໝແບບຈີນ.


    ນັບມາຮອດປັດຈຸບັນ, ປະເທດຕ່າງໆຢູ່ໃນໂລກທີ່ໄດ້ສໍາເລັດການຫັນເປັນອຸດສາຫະກໍານັ້ນແມ່ນມີບໍ່ເກີນ 30 ປະເທດ ແລະຈໍານວນປະຊາກອນກໍບໍ່ເກີນ 1 ຕື້ຄົນ. ຂະນະທີ່ຈີນມີປະຊາກອນ 1.400.000.000 ຄົນ, ຫຼາຍກວ່າຈໍານວນປະຊາກອນທັງໝົດຂອງບັນດາປະເທດທີ່ພັດທະນາແລ້ວໃນປັດຈຸບັນ, ດ້ວຍເຫດນີ້, ການກ້າວເຂົ້າສູ່ສັງຄົມທັນສະໄໝໂດຍລວມຂອງຈີນນັ້ນ, ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະຄວາມສັບສົນແບບບໍ່ເຄີຍມີມາກ່ອນ, ແນ່ນອນວ່າ,ຈະຫັນປ່ຽນສະພາບການຫັນເປັນທັນສະໄໝຂອງໂລກຢ່າງເລິກເຊິ່ງ.


    ໃນຄຳປາໄສຂອງທ່ານປະທານ ສີຈິ້ນຜິງ ໄດ້ລະບຸວ່າ: “ເພື່ອເຮັດໃຫ້ເສດຖະກິດ-ສັງຄົມຂອງຈີນໄດ້ຮັບການພັດທະນາທີ່ດີກວ່າເກົ່າ, ຕ້ອງຂົນຂວາຍກໍາລັງແຮງຂອງປະຊາຊົນ 1.400.000.000 ກວ່າຄົນ” “ຕ້ອງສ້າງໃຫ້ມີກຸ່ມຄົນທີ່ມີລາຍໄດ້ລະດັບປານກາງຫຼາຍກວ່າ 800.000.000 ຄົນໃນ 15 ປີຂ້າງໜ້າ”. ຈາກນີ້,ຄວາມສາມາດດ້ານການບໍລິໂພກທີ່ແຂງແຮງຈະນໍາມາເຊິ່ງຕະຫຼາດທີ່ມີຂະໜາດອັນມະຫາສານແບບບໍ່ສາມາດຄາດຄະເນໄດ້, ນີ້ບໍ່ພຽງແຕ່ຈະສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ຄວາມທັນສະໄໝແບບຈີນເທົ່ານັ້ນ,ຍັງຈະນໍາເອົາໂອກາດຢ່າງໃຫຍ່ຫຼວງມາໃຫ້ແກ່ການພັດທະນາເສດຖະກິດໂລກເຊັ່ນດຽວກັນ.



    ຄວາມທັນສະໄໝແບບຈີນ, ເປັນການສ້າງຄວາມຮັ່ງມີທາງດ້ານວັດຖຸແລະຈິດໃຈໄປພ້ອມກັນ, ຍິ່ງເປັນການເຮັດໃຫ້ຄົນກັບທໍາມະຊາດຢູ່ຮ່ວມກັນຢ່າງກົມກຽວ.


    “ພວກເຮົາຈະຍຶດໝັ້ນແນວຄວາມຄິດພູຂຽວນໍ້າໃສກໍແມ່ນພູເງິນພູຄຳ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຫັນເປັນແບບສີຂຽວຢ່າງຮອບດ້ານ, ສຸມຄວາມພະຍາຍາມເຂົ້າໃນການສ້າງປະເທດຈີນທີ່ສວຍງາມທີ່ມີທ້ອງຟ້າສີຄາມ, ພື້ນທີ່ສີຂຽວ ແລະນໍ້າໃສ.” ໃນຄໍາປາໄສຂອງທ່ານປະທານ ສີຈິ້ນຜິງ ໄດ້ມີການປະກາດໃຫ້ຊາວໂລກໄດ້ຮັບຮູ້ເຖິງຄວາມຕັດສິນໃຈອັນເດັດດ່ຽວຂອງຈີນທີ່ຈະເດີນໄປຕາມເສັ້ນທາງການພັດທະນາສິວິໄລທີ່ການຜະລິດມີການພັດທະນາ, ຊີວິດມີຄວາມຮັ່ງມີຜາສຸກ ແລະມີລະບົບນິເວດທີ່ດີ ເພື່ອບັນລຸການພັດທະນາແບບຍືນຍົງຖາວອນຂອງປະຊາຊາດຈີນ.


    ຄໍາປາໄສຂອງທ່ານປະທານ ສີຈິ້ນຜິງ ໄດ້ເນັ້ນໜັກອີກຄັ້ງໜຶ່ງວ່າ: ພວກເຮົາຢືນຢູ່ເບື້ອງທີ່ຖືກຕ້ອງຂອງປະຫວັດສາດຢ່າງເດັດດ່ຽວ, ຊູຄັນທຸງແຫ່ງສັນຕິພາບ, ການພັດທະນາ, ການຮ່ວມມື ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະແຫວງຫາການພັດທະນາຂອງປະເທດຕົນທ່າມກາງການປົກປັກຮັກສາສັນຕິ ພາບ ແລະການພັດທະນາຂອງໂລກຢ່າງເດັດດ່ຽວ, ພ້ອມທັງປົກປັກຮັກສາສັນຕິພາບ ແລະການພັດທະນາຂອງໂລກໃຫ້ດີກວ່າເກົ່າດ້ວຍການພັດທະນາຂອງປະເທດຕົນ.


    ສິ່ງນີ້ແມ່ນເພື່ອຜົນປະໂຫຍດພື້ນຖານຂອງປະຊາຊົນຈີນ, ພ້ອມດຽວກັນນີ້, ກໍເປັນຄວາມປາຖະໜາຮ່ວມກັນຂອງປະຊາຊົນປະເທດຕ່າງໆເຊັ່ນດຽວກັນ.