ກະເປົ໋າເປ້ຂອງຈີນ ໄດ້ປາກົດຕົວອີກໃນການແຂ່ງຂັນເຕະບານໂລກ 2022 ແລະເປັນສັກຂີພະຍານໃຫ້ແກ່ການພັດທະນາອຸດສາຫະກຳການຜະລິດຂອງຈີນທີ່ບໍ່ເຄີຍຢຸດຢັ້ງ

2022-11-22 15:55:55 cri

ວັນທີ 20 ພະຈິກ 2022 ນີ້, ການແຂ່ງຂັນເຕະບານໂລກທີ່ກາຕາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ. ກ່ອນໄຂການແຂ່ງຂັນ, ມີຊາວເນັດໄດ້ສັງເກດເຫັນວ່າ: ມີນັກຂ່າວຄົນໜຶ່ງທີ່ກໍາລັງລົງທະບຽນຢູ່ບ່ອນລົງ ທະບຽນຂອງສື່ມວນຊົນ ແມ່ນເປ້ກະເປົ໋າສື່ມວນຊົນ ທີ່ແຈກຢູ່ໃນງານກິລາໂອລິມປິກປັກກິ່ງ 2008.

ນີ້ບໍ່ແມ່ນຄັ້ງທໍາອິດທີ່ “ກະເປົ໋າເນັດໄອດໍ້” ຂອງງານກິລາໂອລິມປິກປັກກິ່ງ 2008 ໄດ້ປະຈັກຕາຊາວເນັດທັງຫຼາຍແລ້ວ.

ໃນການແຂ່ງຂັນເຕະບານໂລກທີ່ອາຟຣິກາໃຕ້ 2010, ນັກຂ່າວຫຼາຍຄົນໄດ້ພົບເຫັນກະເປົາສື່ມວນຊົນ ເລື້ອຍໆ. ສ່ວນໃນການແຂ່ງຂັນເຕະບານໂລກທີ່ລີໂອເດີຊາເນໂລ 2016 ແລະງານກິລາໂອລິມປິກໂຕກຽວທີ່ຈັດຂຶ້ນໃນປີ 2021 ຕ່າງກໍໄດ້ປາກົດມີກະເປົ໋າ ທີ່ຖັກແສ່ວກາໝາຍສັນຍະລັກຂອງງານກິລາໂອລິມປິກປັກກິ່ງ 2008. ແນ່ນອນ, ໃນງານກິລາໂອລິມປິກລະດູໜາວປັກກິ່ງທີ່ຈັດຂຶ້ນໃນຕົ້ນປີ 2022 ນີ້, ໃນໜ້າກ້ອງຂອງນັກຂ່າວທັງຫຼາຍກໍໄດ້ພົບເຫັນ “ເພື່ອນເກົ່າ” ນີ້ອີກເຊັ່ນກັນ.

ສົມພໍຊາວເນັດທັງຫຼາຍຍ້ອງຍໍວ່າ: “ກະເປົ໋ານີ້ມີຄຸນນະພາບດີຫຼາຍ, ເຖິງວ່າງານກິລາໄດ້ຜ່ານພົ້ນໄປແລ້ວ ແຕ່ກະເປົ໋າຂອງງານກິລາໂອລິມປິກປັກກິ່ງຍັງເປັນສັນຍະລັກແຫ່ງຄຸນນະພາບ”. “ນີ້ບໍ່ພຽງແຕ່ແມ່ນກະເປົ໋າເທົ່ານັ້ນ ຍັງເປັນຫຼັກຖານພິສູດປະສົບການຂອງເຈົ້າຂອງກະເປົ໋າອີກດ້ວຍ.”

ເຫດຜົນທີ່ນັກຂ່າວປະເທດຕ່າງໆນິຍົມໃຊ້ “ກະເປົ໋າເນັດໄອດໍ້” ເປັນເວລາດົນນານ ແມ່ນຍ້ອນຜະລິດຕະພັນທີ່ຜະລິດໃນຈີນມີຄຸນນະພາບສູງ, ສ່ວນກະເປົ່າເປ້ດັ່ງກ່າວເປັນພຽງແຕ່ໜຶ່ງໃນຜະລິດຕະພັນຕ່າງໆຂອງຈີນເທົ່ານັ້ນ.

ໃນການແຂ່ງຂັນເຕະບານໂລກທີ່ກາຕາ 2022 ນີ້, ທ່ານສາມາດສັງເກດເຫັນຜະລິດຕະພັນປະເພດຕ່າງໆຂອງຈີນ ເຊັ່ນ: ສະໜາມກິລາລູແຊວ ທີ່ເປັນສະໜາມຫຼັກໃນການຈັດການແຂ່ງຂັນເຕະບານໂລກທີ່ກາຕາ ໄດ້ປາກົດຢູ່ໃນເງິນເຈ້ຍໃບ 10 ຣີຢັນ ແລະທະນາບັດລະນຶກການແຂ່ງຂັນເຕະບານໂລກ ຂອງກາຕາໃນຄັ້ງນີ້; ລົດໂດຍສານພະລັງໄຟຟ້າທີ່ໃຊ້ຮັບສົ່ງເຈົ້າໜ້າທີ່, ນັກຂ່າວ ແລະ ຜູ້ຊົມໃນການແຂ່ງຂັນເຕະບານຄັ້ງນີ້ ແມ່ນຜະລິດຈາກຈີນ; ຈໍ LED ຂະໜາດໃຫຍ່ຢູ່ສະໜາມແຂ່ງຂັນ, ໝາກຫວີດ, ຈອກ, ໝອນ ແລະອື່ນໆ, ຂອງທີ່ລະນຶກເຫຼົ່ານີ້ມີປະມານ 70% ແມ່ນຜະລິດຢູ່ເມືອງຢີ້ອູ່ ປະເທດຈີນ.

ຄາດວ່າໃນງານກິລາໂອລິມປິກປາຣີ 2024 ແລະ ງານກິລາໂອລິມປິກລະດູໜາວມີລານ 2026 ຍັງຈະໄດ້ເຫັນ “ກະເປົ໋າເນັດໄອດໍ້” ຂອງງານກິລາໂອລິມປິກປັກກິ່ງປາກົດຢູ່ສູນສື່ມວນຊົນອີກ ເຊິ່ງຈະກາຍເປັນຄວາມຊົງຈໍາອັນດີງາມຂອງນັກຂ່າວປະເທດຕ່າງໆ ແລະຊາວເນັດທັງຫຼາຍ ພ້ອມທັງເປັນສັກຂີພະຍານໃຫ້ແກ່ການພັດທະນາອຸດສາຫະກຳການຜະລິດທີ່ມີຄຸນນະພາບດີຂອງຈີນອີກດ້ວຍ.