ຈີນ-ຍີ່ປຸ່ນຈັດການເປິກສາຫາລືຮອບທີ 14 ຂອງກົນໄກເປິກສາຫາລືລະດັບສູງດ້ານວຽກງານທາງທະເລ

2022-11-23 14:49:44 CRI

 

ຕາມຂ່າວCRI: ວັນທີ 22 ພະຈິກນີ້, ທ່ານຫົງລ້ຽງ, ຫົວໜ້າກົມຊາຍແດນແລະທະເລກະຊວງການຕ່າງປະເທດຈີນແລະທ່ານຕາເຄຮີໂຣ ຟູນາໂຄຊີ, ຫົວໜ້າກົມອາຊີແລະໂອຊີອານີກະຊວງການຕ່າງປະເທດຍີ່ປຸ່ນໄດ້ຮ່ວມກັນຈັດການເປິກສາຫາລືຮອບທີ 14 ຂອງກົນໄກເປິກສາຫາລືລະດັບສູງດ້ານວຽກງານທາງທະເລລະຫວ່າງຈີນ-ຍີ່ປຸ່ນຜ່ານທາງອອນລາຍ.


 

ສອງຝ່າຍໄດ້ຈັດກອງປະຊຸມຄົບຄະນະແລະກອງປະຊຸມ 3 ໜ່ວຍງານຄື: ວຽກງານປ້ອງກັນທາງທະເລ, ການປະຕິບັດກົດໝາຍແລະຄວາມປອດໄພທາງທະເລແລະເສດຖະກິດທາງທະເລ, ໄດ້ແລກປ່ຽນຄວາມເຫັນຢ່າງກວ້າງຂວາງແລະເລິກເຊິ່ງກ່ຽວກັບບັນຫາກ່ຽວກັບທະເລແລະແລກປ່ຽນການຮ່ວມມືໃນຂົງເຂດທະເລ. ສອງຝ່າຍມີຄວາມເຫັນເປັນເອກະພາບກັນວ່າ: ຈະຕັ້ງໜ້າປະຕິບັດຕາມຄວາມເຫັນສຳຄັນທີ່ເປັນເອກະພາບກັນຂອງ ຜູ້ນຳສອງປະເທດໃນການພົບປະກັນທີ່ນະຄອນຫຼວງບາງກອກຂອງໄທ, ເພີ່ມທະວີການສົນທະນາແລກປ່ຽນກັນກ່ຽວກັບບັນຫາທີ່ກ່ຽວພັນເຖິງທະເລ, ຄວບຄຸມແລະຄຸ້ມຄອງຄວາມຂັດແຍ້ງຢ່າງ

ເໝາະສົມ, ສືບຕໍ່ຊຸກຍູ້ການຮ່ວມມືຕົວຈິງແລະການແລກປ່ຽນບຸກຄົນໃນບັນຫາທີ່ກ່ຽວພັນເຖິງທະເລ, ພະຍາຍາມສ້າງທະເລຕາເວັນອອກໃຫ້ເປັນທະເລທີ່ມີສັນຕິພາບ, ການຮ່ວມມືແລະໄມຕີຈິດມິດຕະພາບ.