ທ່ານສີຈິ້ນຜິງສົ່ງສານສະແດງຄວາມເຫັນໃຈໄປຍັງປະທານາທິບໍດີອິນໂດເນເຊຍຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອິນໂດເນເຊຍ

2022-11-23 14:25:28 CRI

 

ຕາມຂ່າວCRI: ວັນທີ 22 ພະຈິກນີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງທ່ານໂຈໂຄ ວິໂດໂດ, ປະທານາທິບໍດີອິນໂດເນເຊຍຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອິນໂດເນເຊຍ.


 

ເນື້ອໃນສານຂອງທ່ານສີຈິ້ຜິງລະບຸວ່າ: ເມື່ອໄດ້ຮັບຊາບຂ່າວອິນໂດເນເຊຍປະສົບໄພແຜ່ນດິນໄຫວຢ່າງຮຸນແຮງ, ເຮັດໃຫ້ມີຜູ້ບາດເຈັບແລະເສຍຊີວິດ ເປັນຈຳນວນຫຼາຍ, ສ້າງຄວາມເສຍຫາຍດ້ານຊັບສິນຢ່າງໃຫຍ່ຫຼວງ, ຂ້າພະເຈົ້າຂໍຕາງໜ້າລັດຖະບານແລະປະຊາຊົນຈີນ, ສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດພ້ອມດ້ວຍຄອບຄົວ. ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງທ່ານປະທານາທິບໍດີໂຈໂຄ ວິໂດໂດແລະລັດຖະບານອິນໂດເນເຊຍ, ປະຊາຊົນຢູ່ເຂດປະສົບໄພຈະເອົາຊະນະໄພພິບັດແລະສ້າງບ້ານແປງເມືອງຄືນໃໝ່ໄດ້ຢ່າງແນ່ນອນ.