ລັດຖະມົນຕີປ້ອງກັນປະເທດຈີນພົບປະກັບລັດຖະມົນຕີປ້ອງກັນປະເທດອາເມຣິກາ

2022-11-23 11:35:53 cri

  ວັນທີ 22 ພະຈິກນີ້, ທ່ານ ເວີ້ຍເຟີ້ງເຮີ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທີ່ກຳລັງເຂົ້າຮ່ວມກອງປະຊຸມເປີດກວ້າງຂອງລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 9 ຢູ່ກຳປູເຈຍ ໄດ້ພົບປະກັບທ່ານ ລອຍ ໂອສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາ ຕາມການນັດໝາຍ.

  ທ່ານເວີ້ຍເຟີ້ງເຮີກ່າວວ່າ, ສະພາບການທີ່ການພົວພັນຈີນ-ອາເມຣິກາປະເຊີນໜ້າໃນປັດຈຸບັນ ຄວາມຮັບຜິດຊອບແມ່ນຢູ່ນຳຝ່າຍອາເມຣິກາ ບໍ່ແມ່ນຝ່າຍຈີນ. ຈີນເອົາໃຈໃສ່ຕໍ່ການຂະຫຍາຍການພົວພັນລະຫວ່າງສອງປະເທດແລະສອງກອງທັບ, ອາເມຣິກາຄວນເຄົາລົບນັບຖືຜົນປະໂຫຍດໃຈກາງຂອງຈີນ. ຫວັງໃຫ້ອາເມຣິກາກະທຳຕາມຄວາມເວົ້າຂອງຕົນ, ຕັ້ງໝີ້ນໃນຄຳໝັ້ນສັນຍາຂອງຕົນ, ປະຕິບັດຄວາມເຫັນທີ່ເປັນເອກະສັນກັນຂອງປະມຸກລັດສອງປະເທດລົງສູ່ພາກປະຕິບັດຕົວຈິງ, ປະຕິບັດນະໂຍບາຍທີ່ຕິດແທດຕົວຈິງຕໍ່ຈີນ, ຊຸກຍູ້ໃຫ້ການພົວພັນຈີນ-ອາເມຣິກາກັບຄືນສູ່ເສັ້ນທາງການພັດທະນາທີ່ປອດໃສແລະໝັ້ນທ່ຽງ. 

          

  ທ່ານເວີ້ຍເຟີ້ງເຮີກ່າວເນັ້ນຕື່ມວ່າ, ບັນຫາໄຕ້ຫວັນແມ່ນໃຈກາງໃນຜົນປະໂຫຍດໃຈກາງຂອງຈີນ, ແມ່ນເສັ້ນແດງອັນດັບໜຶ່ງທີ່ການພົວພັນຈີນ-ອາເມຣິກາລ່ວງລ້ຳບໍ່ໄດ້. ໄຕ້ຫວັນເປັນຂອງຈີນ, ການແກ້ໄຂບັນຫາໄຕ້ຫວັນແມ່ນເລື່ອງຂອງປະຊາຊົນຈີນເອງ, ບໍ່ວ່າອິດທິກຳລັງພາຍນອກໃດໆ ລ້ວນແຕ່ບໍ່ມີສິດແຊກແຊງ. ກອງທັບຈີນມີຄວາມມູ່ງໝັ້ນ, ມີຄວາມໝັ້ນໃຈແລະມີຄວາມສາມາດ ເພື່ອເດັດດ່ຽວຮັກສາຄວາມເປັນເອກະພາບກັນຂອງປະເທດຊາດ.
  ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບສະພາບການສາກົນແລະພາກພື້ນ, ວິກິດການອູແກຣນ, ບັນຫາທະເລຈີນໃຕ້, ບັນຫາແຫຼມເກົາຫຼີແລະອື່ນໆ.