ຈັດການເຈລະຈາຂັ້ນລັດຖະມົນຕີກ່ຽວກັບຄວາມສາມາດການປະຕິບັດກົດໝາຍ ແລະການຮ່ວມມືດ້ານຕຳຫຼວດລະຫວ່າງຈີນ ແລະບາງປະເທດເກາະດອນປາຊີຟິກໃຕ້ຄັ້ງທຳອິດ

2022-11-23 15:43:23 cri

 

ວັນທີ 22 ພະຈິກນີ້, ການເຈລະຈາຂັ້ນລັດຖະມົນຕີກ່ຽວກັບຄວາມສາມາດການປະຕິບັດກົດໝາຍ ແລະການຮ່ວມມືດ້ານຕຳຫຼວດລະຫວ່າງຈີນ ແລະບາງປະເທດເກາະດອນປາຊີຟິກໃຕ້ຄັ້ງທຳອິດໄດ້ຈັດຂຶ້ນໂດຍຜ່ານທາງອິນເຕີເນັດ, ທ່ານຫວາງສຽວຮົງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ, ແລະທ່ານອັນໂຕນີ ເວຄີ ລັດຖະມົນຕີກະຊວງຕຳຫຼວດ, ຄວາມໝັ້ນຄົງແຫ່ງຊາດ ແລະການລົງໂທດໝູ່ເກາະໂຊໂລມອນຮ່ວມກັນເປັນປະທານຈັດການເຈລະຈາດັ່ງກ່າວ ແລະກ່າວຄຳປາໄສ.

 

ກ່ອນອື່ນ, ທ່ານຫວາງສຽວຮົງໄດ້ສະແດງຄວາມໄວ້ອາໄລຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນຢູ່ໝູ່ເກາະໂຊໂລມອນ. ທ່ານຫວັງວ່າ ໂດຍຜ່ານການເຈລະຈາຂັ້ນລັດຖະມົນຕີກ່ຽວກັບຄວາມສາມາດການປະຕິບັດກົດໝາຍ ແລະການຮ່ວມມືດ້ານຕຳຫຼວດລະຫວ່າງຈີນ ແລະບາງປະເທດເກາະດອນປາຊີຟິກໃຕ້, ຈະສ້າງສາຍພົວພັນການຮ່ວມມືສັນທະວະໄມຕີກວ່າເກົ່າ, ສ້າງຮູບແບບການຮ່ວມມືທີ່ມີປະສິດທິພາບສູງກວ່າເກົ່າ ແລະຍົກສູງຄວາມສາມາດການປະຕິບັດກົດໝາຍທີ່ມີວິຊາການ, ຮ່ວມກັນປົກປັກຮັກສາການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ. ຈີນຍິນດີຮ່ວມກັບບັນດາຝ່າຍ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການລົງເລິກສາຍພົວພັນຈີນ ແລະປະເທດເກາະດອນປາຊີຟິກ.