ໂຄສົກກະຊວງການຕ່າງປະເທດຈີນແນະນຳສະພາບການທີ່ກ່ຽວຂ້ອງກັບປະທານາທິບໍດີມົງໂກລີຈະຢ້ຽມຢາມຈີນ

2022-11-23 15:44:20 cri

 

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານອຸຄານາກິອິນ ຄູເຣດຊູ ປະທານາທິບໍດີມົງໂກລີຈະຢ້ຽມຢາມຈີນລະຫວ່າງວັນທີ 27 ຫາ 28 ພະຈິກນີ້. ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມທີ່ກ່ຽວຂ້ອງໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 22 ພະຈິກນີ້ວ່າ: ຈີນຄອງຄອຍຮ່ວມກັບຝ່າຍມົງໂກລີ, ຖືເອົາໂອກາດນີ້ ຊຸກຍູ້ໃຫ້ສາຍພົວພັນຈີນ-ມົງໂກລີກ້າວຂຶ້ນສູ່ລະດັບໃໝ່.

 

ທ່ານຈ້າວລີ້ຈ່ຽນແນະນຳຕື່ມວ່າ: ໃນໄລຍະການຢ້ຽມຢາມ, ທ່ານປະທານສີຈິ້ນຜິງຈະພົບປະກັບທ່ານຄູເຣດຊູຢ່າງເປັນທາງການ ແລະເຂົ້າຮ່ວມເປັນສັກຂີພິຍານການເຊັນສັນຍາການຮ່ວມມື. ທ່ານຫຼີເຄິ້ສຽງ ນາຍົກລັດຖະມົນຕີຈີນ ແລະທ່ານລີ້ຈ້ານສູ່ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຈະພົບປະກັບທ່ານຄູເຣດຊູຕາມລຳດັບ. ຜູ້ນຳສອງປະເທດຈະແລກປ່ຽນຄວາມຄິດເຫັນດ້ານສາຍພົວພັນສອງຝ່າຍ ລວມທັງບັນຫາສາກົນ ແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນ, ແລະຮ່ວມກັນວາງແຜນແມ່ບົດວ່າດ້ວຍການພັດທະນາສາຍພົວພັນຈີນ-ມົງໂກລີໃນອະນາຄົດ.