ປະຊາຊົນອາເມຣິກາຕ້ອງສະຫຼອງບຸນ ຂອບໃຈພະເຈົ້າແບບປະຢັດ ເຖິງຈະສົງໄສຕໍ່ການຊ່ວຍເຫຼືອອູແກຣນຂອງລັດຖະບານກໍຕາມ

2022-11-23 17:36:34 cri

ວັນທີ 21 ພະຈິກນີ້, ຢູ່ທຳນຽບຂາວຂອງອາເມຣິກາ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ປ່ອຍໄກ່ງວງນຳໂຊກ 2 ໂຕໃນບຸນຂອບໃຈພະເຈົ້າ ເພື່ອສະເຫຼີມສະຫຼອງມື້ບຸນດັ່ງກ່າວທີ່ໃກ້ຈະໝູນວຽນມາເຖິງໃນວັນທີ 24 ພະຈິກນີ້.

ແຕ່ວ່າ: ສິ່ງທີ່ຕ່າງກັນກັບບັນຍາກາດບຸນ ຂອບໃຈພະເຈົ້າຫຼາຍທີ່ສຸດນັ້ນກໍຄື ຊີວິດການເປັນຢູ່ຂອງປະຊາຊົນຄົນທຳມະດາສາມັນຂອງອາເມຣິກາພົບຄວາມຫຍຸ້ງຍາກລຳບາກ: ລະດັບເງິນເຟີ້ທີ່ເພີ່ມສູງຂຶ້ນຢ່າງຫຼວງຫຼາຍ ເຮັດໃຫ້ປະຊາຊົນອາເມຣິກາຕ້ອງຜ່ານບຸນ ຂອບໃຈພະເຈົ້າທີ່ຈະເປືອງເງິນຫຼາຍທີ່ສຸດໃນປະຫວັດສາດ.


ໃນບົດລາຍງານຂອງສະມາຄົມອົງການຟາມກະເສດອາເມຣິກາໄດ້ເປີດເຜີຍໃຫ້ເຫັນວ່າ: ລາຄາສະເລ່ຍຂອງອາຫານຄາບບຸນຂອບໃຈພະເຈົ້າສຳລັບ 10 ຄົນໃນປີນີ້ຈະມີເຖິງ 64,05 ໂດລາສະຫະລັດ, ໄດ້ເພີ່ມຂຶ້ນປະມານ 20% ເມື່ອທຽບໃສ່ 53,31 ໂດລາສະຫະລັດໃນປີກາຍ, ນີ້ແມ່ນລາຄາອາຫານທີ່ແພງທີ່ສຸດໃນຄາບບຸນຂອບໃຈພະເຈົ້າ ນັບແຕ່ສະມາຄົມດັ່ງກ່າວດຳເນີນການສຳຫຼວດທີ່ກ່ຽວຂ້ອງຕະຫຼອດໄລຍະ 37 ປີຜ່ານມາ.

ຍ້ອນເປັນຫ່ວງນຳເສດຖະກິດຊຸດໂຊມລົງ, ເຮັດໃຫ້ຜູ້ບໍລິໂພກຂອງອາເມຣິກາຈຳເປັນຕ້ອງສະຫຼອງມື້ບຸນດັ່ງກາວແບບປະຢັດ. ຜົນການສຳຫຼວດທີ່ບໍລິສັດການບໍລິການດ້ານການທະນາຄານແຫ່ງໜຶ່ງຂອງອາເມຣິກາ ໄດ້ດຳເນີນໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ມີຜູ້ຕອບສຳພາດ 1 ສ່ວນ 4 ກ່າວວ່າ: ເພື່ອປະຢັດເງິນ, ປີນີ້ຈະບໍ່ມີແຜນການໄປກິນອາຫານສະຫຼອງບຸນ ຂອບໃຈພະເຈົ້າ. ຜົນການສຳຫຼວດຍັງສະແດງໃຫ້ເຫັນວ່າ: ມີຜູ້ຕອບສຳພາດພຽງແຕ່ 70% ກຽມສະຫຼອງບຸນ ຂອບໃຈພະເຈົ້າ ແລະໃນນັ້ນ ມີ 33% ກ່າວວ່າ ຈະຕັດລາຍຈ່າຍອາຫານໃນຄາບດັ່ງກ່າວ.


ເຖິງວ່າລະດັບຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາໄດ້ຫຼຸດລົງເລື້ອຍໆ, ແຕ່ລັດຖະບານອາເມຣິກາກໍບໍ່ໄດ້ຢຸດຕິການຊ່ວຍເຫຼືອອູແກຣນ. ໃນເດືອນຕຸລາທີ່ຜ່ານມາ, ລັດຖະສະພາອາເມຣິກາໄດ້ອະນຸມັດບ້ວງເງິນຊ່ວຍເຫຼືອອູແກຣນ ທີ່ມີມູນຄ່າເຖິງ 12 ຕື້ໂດລາສະຫະລັດ. ວັນທີ 18 ພະຈິກນີ້, ທ່ານຈອນ ເກີບີ ຜູ້ປະສານງານການສື່ສານດ້ານຍຸດທະສາດ ແລະ ຄະນະກຳມາທິການຄວາມໝັ້ນຄົງແຫ່ງຊາດທຳນຽບຂາວກ່າວວ່າ: ລັດຖະບານໂຈ ໄບເດັນ ພວມເປິກສາຫາລືກັບລັດຖະສະພາອາເມຣິກາ ເພື່ອຈະໃຫ້ການຊ່ວຍເຫຼືອດ້ານວັດຖຸ ແລະ ເຕັກນິກງວດໃໝ່ແກ່ອູແກຣນ ເຊິ່ງຈະເປັນບ້ວງເງິນທີ່ຫຼາຍກວ່າເງິນຊ່ວຍເຫຼືອທັງໝົດທີ່ມອບໃຫ້ແກ່ອູແກຣນໃນໄລຍະຜ່ານມາຢ່າງຫຼວງຫຼາຍ.


ການກະທຳຂອງລັດຖະບານໂຈ ໄບເດັນ ໄດ້ເຮັດໃຫ້ປະຊາຊົນອາເມຣິກາເກີດມີຄວາມບໍ່ພໍໃຈ, ມີຫຼາຍອົງການຈັດຕັ້ງທາງສັງຄົມ ເຊິ່ງລວມທັງ “ສະມາຄົມທະຫານອອກບຳເນັດ” ໄດ້ກ່າວຕຳໜິລັດຖະບານໂຈໄບເດັນທີ່ໄດ້ “ໃຫ້ການຊ່ວຍ ເຫຼືອແກ່ອູແກຣນດ້ວຍເງິນຂອງປະຊາຊົນອາເມຣິກາ” ແລະ ກ່າວວ່າ: “ການຊ່ວຍເຫຼືອຂະໜາດໃຫຍ່ຄັ້ງນີ້ ຈະເປັນແຜນການທີ່ຜິດພາດຢ່າງໃຫຍ່ຫຼວງ”.

ວັນທີ 17 ພະຈິກນີ້, ທ່ານນາງມາໂຈຣີ ໄຕເລີ ກຣີນ ສະມາຊິກສະພາຕ່ຳອາເມຣິກາທີ່ເປັນສະມາຊິກພັກຣີພັບບຣີກັນຂອງອາເມຣິກາ ໄດ້ກ່າວຕຳໜິຢ່າງເປີດເຜີຍຕໍ່ແຜນການຊ່ວຍເຫຼືອຂະໜາດໃຫຍ່ຂອງລັດຖະບານໂຈ ໄບເດັນວ່າ: “ດຽວນີ້, ອູແກຣນເປັນລັດແຫ່ງທີ 51 ຂອງອາເມຣິກາແລ້ວຫວະ? ທ່ານເຊເລນສະກີມີຕຳແໜ່ງຫຍັງໃນລັດຖະບານອາເມຣິກາ? ເປັນເລື່ອງທີ່ເຫຼືອເຊື່ອ, ປະຊາຊົນອາເມຣິກາຕ້ອງຮູ້ເຫດຜົນ.”


ບາງທີແຜນການຊ່ວຍເຫຼືອຂອງທ່ານໂຈ ໄບເດັນອາດຈະພົບຄວາມກົດດັນ, ແຕ່ແຜນການສະບັບນີ້ກໍຍັງອາດຈະໄດ້ຜ່ານການຮັບຮອງໃນທີ່ສຸດ, ປະຊາຊົນອາເມຣິກາຈຳເປັນຕ້ອງ “ອົດຄວາມຫິວ”ເພື່ອສືບຕໍ່ຊ່ວຍເຫຼືອອູແກຣນ, ເຮັດໃຫ້ອູແກຣນສືບຕໍ່ເຮັດສົງຄາມບັ້ນນີ້ ເຊິ່ງບໍ່ຮູ້ມື້ໃດຈຶ່ງຈະສິ້ນສຸດ.