ຈະຫຼວດສົ່ງຍານບັນທຸກຄົນລຸ້ນໃໝ່ຂອງຈີນທີ່ໃຊ້ຂຶ້ນດວງຈັນຈະສຳເລັດການຄົ້ນຄວ້າຜະລິດກ່ອນປີ 2030

2022-11-23 16:51:33 cri

      ກອງປະຊຸມໃຫຍ່ການບິນອະວະກາດຈີນປີ 2022 ພວມຈັດຂຶ້ນຢູ່ນະຄອນໄຫໂຂວແຂວງໄຫຫຼຳຂອງຈີນ, ນັກຂ່າວໄດ້ຊາບຂໍ້ມູນຈາກກອງປະຊຸມວ່າ: ຈະຫຼວດສົ່ງຍານບັນທຸກຄົນລຸ້ນໃໝ່ຂອງຈີນທີ່ໃຊ້ຂຶ້ນດວງຈັນຈະສຳເລັດການຄົ້ນຄວ້າຜະລິດກ່ອນປີ 2030, ຂະນະທີ່ການຄົ້ນຄວ້າຜະລິດຈະຫຼວດບັນທຸກໜັກກໍ່ໄດ້ຮັບໝາກຜົນທີ່ມີລັກສະນະເປັນຂັ້ນຕອນເຊັ່ນກັນ.

      ທ່ານ ຫຼົງເລີ້ຫາວ ບັນດິດຂອງສະຖາບັນວິສະວະກຳຈີນ, ທີ່ເປິກສາອາວຸໂສຂອງຫົວໜ້າໃຫຍ່ນັກອອກແບບລະບົບຈະຫຼວດສົ່ງຍານຊາງເຈີ່ງຂອງສະຖາບັນທີໜຶ່ງບໍລິສັດວິທະຍາສາດເຕັກນິກການບິນອະວະກາດຂອງຈີນໄດ້ກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG ວ່າ: ເສັ້ນຜ່າສູນກາງຂອງຈະຫຼວດບັນທຸກຄົນລຸ້ນໃໝ່ເທົ່າກັບເສັ້ນຜ່າສູນກາງຂອງຈະຫຼວດສົ່ງຍານຊາງເຈີ່ງເລກ 5, ຜ່ານການນຳໃຊ້ໂດຍລວມເຕັກນິກຈະຫຼວດທີ່ສຸກງອມ,ຈະສາມາດຕອບສະໜອງຄວາມຕ້ອງການໃນການປະຕິບັດພາລະກິດບັນທຸກຄົນຂຶ້ນດວງຈັນຂອງຈີນໄດ້.