ຈຳນວນຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວຢູ່ແຂວງຈາວາຕາເວັນຕົກຂອງອິນໂດເນເຊຍ ໄດ້ເພີ່ມຂຶ້ນເປັນ 268 ຄົນ

2022-11-23 17:10:31 cri

    ວັນທີ 22 ພະຈິກນີ້, ອົງການຕ້ານໄພແຫ່ງຊາດອິນໂດເນເຊຍປະກາດຂໍ້ມູນຫຼ້າສຸດໃຫ້ຮູ້ວ່າ, ແຜ່ນດິນໄຫວຄວາມແຮງ 5,6 ລິກເທີທີ່ເກີດຂຶ້ນຢູ່ແຂວງຈາວາຕາເວັນຕົກຂອງອິນໂດເນເຊຍໃນວັນທີ 21 ພະຈິກນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 268 ຄົນ.

    ຂ່າວແຈ້ງໃຫ້ຮູ້ວ່າ, ພາຍຫຼັງເກີດແຜ່ນດິນໄຫວແລ້ວ, ປະຊາຊົນຫຼາຍກວ່າ 58.000 ຄົນຈຳເປັນຕ້ອງພົບພະຍົບອອກຈາກບ້ານເຮືອນຂອງຕົນເອງ, ມີ 151 ຄົນຍັງຫາຍສາບສູນ, ວຽກງານກູ້ໄພພວມດຳເນີນການຢູ່. ວັນທີ 22 ພະຈິກນີ້, ທ່ານໂຈໂຄ ວິໂດໂດ, ປະທານາທິບໍດີອິນໂດເນເຊຍໄດ້ເດີນທາງໄປເຂດຊຶອັນຈູ ເຊິ່ງເປັນເຂດໃຈກາງແຜ່ນດິນໄຫວເທື່ອນີ້ ແລະກ່າວວ່າ, ລັດຖະບານຈະສະໜອງທຶນຮອນ ໃຊ້ເຂົ້າໃນການສ້າງເຮືອນຊານທີ່ຖືກທຳລາຍຈາກແຜ່ນດິນໄຫວຄືນໃໝ່.