ກະຊວງການຕ່າງປະເທດຈີນ: ຈີນຍິນດີສະໜັບສະໜູນ ແລະຊ່ວຍເຫຼືອອິນໂດເນເຊຍກູ້ໄພພິບັດ

2022-11-24 14:49:28 cri

 

ວັນທີ 23 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນເອົາໃຈໃສ່ຕໍ່ເຫດການເກີດແຜ່ນດິນໄຫວຢູ່ອິນໂດເນເຊຍ. ວັນທີ 22 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງທ່ານໂຈໂຄ ວິໂດໂດ ປະທານາທິບໍດີອິນໂດເນເຊຍ. ຈີນ ແລະອິນໂດເນເຊຍແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ, ຈີນຍິນດີສະໜອງການສະໜັບສະໜູນ ແລະການຊ່ວຍເຫຼືອທີ່ຈຳເປັນໃຫ້ແກ່ອິນໂດເນເຊຍໃນການກູ້ໄພພິບັດ, ເຊື່ອໝັ້ນວ່າປະຊາຊົນອິນໂດເນເຊຍຕ້ອງສາມາດເອົາຊະນະໄພພິບັດ ແລະສ້າງບ້ານແປງເມືອງຄືນໃໝ່ໂດຍໄວ.

 

ວັນທີ 21 ພະຈິກນີ້, ຢູ່ແຂວງຈາວາຕາເວັນຕົກປະເທດອິນໂດເນເຊຍໄດ້ປະສົບໄພແຜ່ນດິນໄຫວລະດັບ 5,6 ຣິກເຕີ. ອີງຕາມຂໍ້ມູນສະຖິຕິຈາກອົງການຕ້ານໄພພິບັດອິນໂດເນເຊຍໃຫ້ຮູ້ວ່າ: ເຫດການແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເຖິງ 268 ຄົນ.