ໃນໄລຍະມໍ່ໆມານີ້, ຢູ່ອາຊີໄດ້ຈັດການເຄື່ອນໄຫວການຕ່າງປະເທດຕ່າງໆຢ່າງຕິດຕໍ່ກັນ ເຊັ່ນ: ກອງປະຊຸມສຸດຍອດອາຊຽນທີ່ຈັດຂຶ້ນຢູ່ກໍາປູເຈຍ, ກອງປະຊຸມສຸດຍອດກຸ່ມ 20 ປະເທດ ທີ່ຈັດຂຶ້ນຢູ່ອິນໂດເນເຊຍ, ກອງປະຊຸມສຸດຍອດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ທີ່ຈັດຂຶ້ນຢູ່ປະເທດໄທ ພ້ອມດ້ວຍກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 43 ແລະກອງປະຊຸມເປີດກວ້າງຂອງລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 9 ທີ່ກໍາລັງຈັດຂຶ້ນຢູ່ກໍາປູເຈຍ ເຊິ່ງການເຄື່ອນໄຫວດັ່ງກ່າວ ລ້ວນແຕ່ຖືສັນຕິພາບ ແລະ ການພັດທະນາເປັນຫົວຂໍ້ຫຼັກຢ່າງສະເໝີຕົ້ນສະເໝີປາຍ.
ໃນບັນດາການເຄື່ອນໄຫວການຕ່າງປະເທດດັ່ງກ່າວ, ປະເທດຕ່າງໆ ຂອງອາຊີໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາຂອງຕົນ ໃນການຫຼີກຈາກຄວາມສ່ຽງດ້ານການເມືອງສາກົນ, ສະໜັບ ສະໜູນລັດທິຫຼາຍຝ່າຍ ແລະ ຄັດຄ້ານລັດທິຝ່າຍດຽວ ແລະລັດທິເຈົ້າອໍານາດ. ໃນນັ້ນ, ເຮັດແນວໃດຈຶ່ງຈະສາມາດຫຼີກເວັ້ນຈາກການປະທະກັນ ແລະ ບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ ໄດ້ກາຍເປັນຫົວຂໍ້ທີ່ຜູ້ນໍາປະເທດຕ່າງໆສົນໃຈທີ່ສຸດ. ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມຕ່າງໆດັ່ງກ່າວ ໄດ້ດໍາເນີນການແລກປ່ຽນກັນທາງການຕ່າງປະເທດ ໂດຍປິ່ນອ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນອະນາຄົດຂອງພາກພື້ນ ແລະໄດ້ຮັບໝາກຜົນຢ່າງຫຼວງຫຼາຍ.
ນັບແຕ່ອາເມຣິກາວາງຍຸດທະສາດ “ກັບຄືນສູ່ພາກພື້ນອາຊີປາຊີຟິກຄັ້ງໃໝ່” ໃນປີ 2012 ເປັນຕົ້ນມາ, ອາເມຣິກາໄດ້ແກ່ພັກດຶງພວກ ເພື່ອຫວັງຢາກສ້າງກຸ່ມກ້ອນປິດລ້ອມປະເທດຈີນ ພ້ອມທັງໃຫ້ປະເທດຕ່າງໆຢູ່ອາຊີເລືອກຂ້າງລະຫວ່າງຈີນກັບອາເມຣິກາ. ແຕ່່ປະເທດຕ່າງໆໃນ ອາຊີບໍ່ຢາກເອົາຕົນເອງເຂົ້າໄປກ່ຽວພັນໃນການໂຕ້ແຍ້ງກັນລະຫວ່າງຈີນກັບອາເມຣິກາ, ບໍ່ຢາກຖືກບັງຄັບໃຫ້ເລືອກຂ້າງລະຫວ່າງຈີນກັບອາເມຣິກາ ແລະຍິ່ງປະຕິເສດໃນເລື່ອງທີ່ອາເມຣິກາສ້າງຄວາມເສື່ອມເສຍຊື່ສຽງໃຫ້ຈີນ.
ຄວາມປາຖະໜາຮ່ວມຂອງບັນດາປະເທດໃນອາຊີ ແມ່ນບັນລຸຄວາມຈະເລີນຮຸ່ງເຮືອງ ຂອງຕົນ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ. ຍ້ອນສາເຫດນີ້, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ຈຶ່ງໄດ້ຮັບຄວາມນິຍົມຢ່າງກວ້າງຂວາງໃນປະເທດອ້ອມຂ້າງ, ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ທີ່ເປັນເຂດການຄ້າ ເສລີໃຫຍ່ທີ່ສຸດໃນໂລກຈຶ່ງສາມາດປາກົດຜົນເປັນຈິງໄດ້ຢ່າງສະດວກ, ທາງລົດໄຟລາວ-ຈີນ, ທາງລົດໄຟຈາກາຕາ-ບັນດຸງ, ທາງລົດໄຟຈີນ-ໄທ ແລະໂຄງການທາງລົດໄຟຕ່າງໆ ຈຶ່ງໄດ້ຮັບຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ.
ໃນຫຼາຍສິບປີທີ່ຜ່ານມາ, ບັນດາປະເທດໃນອາຊີໄດ້ຮັບການພັດທະນາຢ່າງວ່ອງໄວ ໃນ ຂະບວນການໂລກາພິວັດ. ແຕ່ຍ້ອນອາເມຣິກາໄດ້ກີດກັ້ນຈີນ ແລະປະຕິບັດມາດຕະການຕ້ານ ກະແສໂລກາພິວັດໃນຫຼາຍປີມໍ່ໆມານີ້ ຈຶ່ງໄດ້ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ຕ່ອງໂສ້ການສະໜອງແບບໂລກາພິວັດ. ການປະທະກັນລະຫວ່າງຣັດເຊຍກັບອູແກຣນ ແລະ ວິກິດການດ້ານພະລັງງານທີ່ເກີດຂຶ້ນຍ້ອນອາເມຣິກາລົງໂທດຣັດເຊຍນັ້ນ ກໍໄດ້ສ້າງຜົນກະທົບຕໍ່ອາຊີເຊັ່ນກັນ ເຊິ່ງເຮັດໃຫ້ຜູ້ນໍາປະເທດຕ່າງໆໃນອາຊີຮັບຮູ້ໄດ້ຢ່າງຈະແຈ້ງວ່າ: ມີແຕ່ຢູ່ຫ່າງໄກຈາກສົງຄາມ ແລະ ຂໍ້ຂັດແຍ້ງ ແລ້ວສະແຫວງຫາການພັດທະນາຢ່າງສັນຕິເທົ່ານັ້ນ ຈຶ່ງຈະສາມາດຮັບປະກັນ ຄວາມຜາສຸກຂອງປະຊາຊົນໄດ້.