ເອີຣົບຍັງບໍ່ທັນບັນລຸຄວາມເຫັນທີ່ເປັນເອກະພາບກັນດ້ານກົນໄກຈຳກັດລາຄາອາຍແກັສທຳມະຊາດ

2022-11-25 15:16:58 cri

 

ວັນທີ 24 ພະຈິກນີ້, ບັນດາລັດຖະມົນຕີພະລັງງານຂອງສະຫະພາບເອີຣົບຈັດກອງປະຊຸມສະເພາະ, ໂດຍບໍ່ສາມາດບັນລຸຄວາມເຫັນທີ່ເປັນເອກະພາບກັນດ້ານກົນໄກຈຳກັດລາຄາອາຍແກັສທຳມະຊາດ, ແລະຈະດຳເນີນການເປິກສາຫາລືອີກເທື່ອໃໝ່ໃນຕົ້ນເດືອນທັນວາໜ້ານີ້.

 

ໃນມື້ດຽວກັນ, ທ່ານໂຈເຊັບ ສີເຄລາ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າສາທາລະນະລັດເຊັກທີ່ເປັນປະເທດປະທານໝູນວຽນເອີຣົບໃຫ້ຮູ້ວ່າ: ບັນດາລັດຖະມົນຕີພະລັງງານຂອງສະຫະພາບເອີຣົບມີຄວາມເຫັນແຕກຕ່າງກັນດ້ານລາຄາອາຍແກັສທຳມະຊາດລະດັບສູງສຸດ. ທ່ານມີຄວາມເຫັນຜ່ານສື່ສັງຄົມອອນລາຍວ່າ: ໃນກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີພະລັງງານເອີຣົບໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນດ້ານມາດຕະການຕ່າງໆ ເຊັ່ນ: ຈັດຊື້ອາຍແກັສທຳມະຊາດຮ່ວມກັນ, ເລັ່ງລັດການນຳໃຊ້ພະລັງງານທົດແທນ ແລະອື່ນໆ.