ໂທລະສັບໂດຍກົງຂອງກົນໄກການພົວພັນທາງທະເລ ແລະທາງອາກາດລະຫວ່າງອົງການປ້ອງກັນຄວາມສະຫງົບຈີນ-ຍີ່ປຸ່ນຈະເລີ່ມສ້າງໃນໄວໆນີ້

2022-11-25 15:25:34 cri

 

ວັນທີ 24 ພະຈິກນີ້, ທ່ານຫວູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໂທລະສັບໂດຍກົງຂອງກົນໄກການພົວພັນທາງທະເລ ແລະທາງອາກາດລະຫວ່າງອົງການປ້ອງກັນຄວາມສະຫງົບຈີນ-ຍີ່ປຸ່ນຈະເລີ່ມສ້າງໃນໄວໆນີ້.

 

ກົນໄກການພົວພັນທາງທະເລ ແລະທາງອາກາດລະຫວ່າງອົງການປ້ອງກັນຄວາມສະຫງົບຈີນ-ຍີ່ປຸ່ນສ້າງຕັ້ງຂຶ້ນນັບແຕ່ປີ 2018 ເປັນຕົ້ນມາ ແລະໄດ້ດຳເນີນໄປເປັນຢ່າງດີ, ໄດ້ປະກອບສ່ວນຢ່າງຕ້າງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ. ປັດຈຸບັນ, ໂດຍຜ່ານການເປິກສາຫາລືມາຫຼາຍຮອບ, ອົງການປ້ອງກັນຄວາມສະຫງົບສອງປະເທດໄດ້ບັນລຸຄວາມຄືບໜ້າດ້ານການສ້າງໂທລະສັບໂດຍກົງໃຫ້ກົນໄກການພົວພັນທາງທະເລ ແລະທາງອາກາດ, ອາດຈະເລີ່ມສ້າງໃນໄວໆນີ້.