ໄທສົ່ງອອກລົດຍົນຫຼາຍກວ່າ 8 ແສນຄັນໃນ 10 ເດືອນປີນີ້

2022-11-25 15:23:06 cri

 

ວັນທີ 24 ພະຈິກນີ້, ສະຫະພັນອຸດສາຫະກຳໄທແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ໄທໄດ້ສົ່ງອອກລົດຍົນຫຼາຍກວ່າ 8 ແສນຄັນ, ເພີ່ມຂຶ້ນ 5,48% ເມື່ອທຽບໃສ່ປີ 2021.

 

ຮອງປະທານສາຂາຂະແໜງການລົດຍົນ ທັງເປັນໂຄສົກຂອງສະຫະພັນອຸດສາຫະກຳໄທກ່າວວ່າ: ການຟື້ນຟູຂອງເສດຖະກິດໂລກເຮັດໃຫ້ຈຳນວນສົ່ງອອກລົດຍົນຂອງໄທເພີ່ມຂຶ້ນ.

 

ໄທແມ່ນປະເທດຜະລິດ ແລະສົ່ງອອກລົດຍົນທີ່ສຳຄັນຢູ່ອາຊີຕາເວັນອອກສຽງໃຕ້, ມູນຄ່າການຜະລິດລົດຍົນກວມເອົາປະມານ 10% ຂອງຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ຂອງປະເທດ ເຊິ່ງໄດ້ສ້າງວຽກເຮັດງານທຳກວມ 10% ຂອງຜູ້ປະກອບອາຊີບໃນຂະແໜງການຜະລິດທັງໝົດຢູ່ໄທ.